ວັນທີ 10 ສິງຫາ, ຢູ່ເວທີປາໄສວິທະຍາສາດ ເຕັກໂນໂລຢີ, ການລົງທຶນ, ນະວັດຕະກຳ, ການສຶກສາບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ - ອົດສະຕາລີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ມີບົດກ່າວຄຳເຫັນສຳຄັນ, ໃນນັ້ນສະເໜີບັນດາເນື້ອໃນຮ່ວມມືລະຫວ່າງສອງປະເທດ ໃນຂອບເຂດເສົາຄ້ຳໃໝ່ແມ່ນ ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ. ບັນດານັດຊ່ຽວຊານ ອົດສະຕາລີ ຖືວ່າບັນດາຂໍ້ສະເໜີນີ້ແມ່ນເໝາະສົມກັບ ຄວາມສົນໃຈຂອງອົດສະຕາລີ ແລະ ອົດສະຕາລີຢາກຮ່ວມມືກັບ ຫວຽດນາມເພື່ອປະຕິບັດວິໄສທັດນີ້ໃຫ້ປະກົດຜົນເປັນຈິງ.
ທ່ານ Layton Pike ສະມາຊິກ ສະພາໃຫ້ຄຳປຶກສາສະຖາບັນນະໂຍບາຍອົດສະຕາລີ - ຫວຽດນາມ AVPI), ແບ່ງປັນວ່າສິ່ງທີ່ທ່ານປະທັບໃຈທີ່ສຸດກ່ຽວກັບບົດກ່າວຄຳເຫັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມນັ້ນແມ່ນ ວິໄສທັດຍາວນານໃຫ້ ຫວຽດນາມ ຈົນຮອດປີ 2045 ພ້ອມກັບ 5 ທິດທາງໃຫຍ່ສຳລັບການພົວພັນສອງຝ່າຍ. ທ່ານກ່າວວ່າ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຍົກອອກ 5 ຂົງເຂດຈຸດສຸມເຊິ່ງສອງປະເທດຄວນສຸມໃສ່ຮ່ວມມືໃນອະນາຄົດ. ສິ່ງສຳຄັນແມ່ນໄດ້ຍົກອອກການແນະນຳ ແລະ ວິໄສທັດໃຫ້ການພົວພັນລະຫວ່າງສອງປະເທດ. ມີສິ່ງໜຶ່ງສ້າງຄວາມປະທັບໃຈທີ່ສຸດ ຕໍ່ຂ້າພະເຈົ້ານັ້ນແມ່ນການຢັ້ງຢືນລະດັບຄວາມສຳຄັນຂອງການສືບຕໍ່ ຈັດຕັ້ງການສົນທະນາລະຫວ່າງສອງປະເທດເປັນປະຈຳ. ການຢ້ຽມຢາມຄັ້ງນີ້ສ້າງກຳລັງໜູນຕື່ມອີກຢ່າງແທ້ຈິງ ແລະ ມີ ການເຄື່ອນໄຫວ ຫຼາຍກວ່າອີກ.
ບັນດານັກຊ່ຽວຊານກໍ່ຖືວ່າ ຫວຽດນາມ ພວມຫັນປ່ຽນຢ່າງແຮງ ແລະ ອົດສະຕາລີແມ່ນໜຶ່ງໃນບັນດາຄູ່ຮ່ວມມືມີຫຼາຍທ່າແຮງເຊິ່ງ ຫວຽ,ນາມຖືເປັນສຳຄັນພິເສດ ແລະ ປາດຖະໜາຢາກຮ່ວມເດີນທາງໃນວິວັດການພັດທະນາ.






