• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົດສະຕາລີ ຖືສຳຄັນການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ

ເລື່ອງ ອົດສະຕາລີ ແລະ ຫວຽດນາມ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໄດ້ມີການໜູນຊ່ວຍຢ່າງແຮງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ Anthony Albanese (ພາບເອກະສານ: TTXVN)

ວັນທີ 29 ກໍລະກົດ, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ Sydney, ພາກສ່ວນສື່ມວນຊົນຂອງກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ (DFAT) ໃຫ້ຮູ້ວ່າ, ລັດຖະບານ ອົດສະຕາລີ ຕີລາຄາສູງຄວາມອົບອຸ່ນ, ຈິງໃຈເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະຫງວນໃຫ້ການພົວພັນ 2 ຝ່າຍ. ອົດສະຕາລີ ເປັນກຽດໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມາຢ້ຽມຢາມເມື່ອປີ 2008, ໃນຄາວນັ້ນທ່ານດຳລົງຕຳແໜ່ງປະທານສະພາແຫ່ງຊາດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ສະຫງວນການຕ້ອນຮັບຢ່າງອົບອຸ່ນໃຫ້ຜູ້ມີອຳນາດເຕັມ ອົດສະຕາລີ ໃນຄາວນັ້ນແມ່ນທ່ານ David Hurley ແລະ ທ່ານນາຍົກລັດຖະມົນຕີ Anthony Albanese ໃນການຢ້ຽມຢາມ ຫວຽດນາມ ປີ 2023, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ (1973 – 2023).

ເລື່ອງ ອົດສະຕາລີ ແລະ ຫວຽດນາມ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໄດ້ມີການໜູນຊ່ວຍຢ່າງແຮງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານມີລັກສະນະບາດລ້ຽວ, ສ່ອງແສງໂຄງການດຳເນີນງານທີ່ເຕັມໄປດ້ວຍຄວາມຕັ້ງຫວັງຂອງ 2 ປະເທດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ລັກສະນະຍືນຍົງ, ການຫັນປ່ຽນ ແລະ ປ່ຽນແປງໃໝ່ດ້ານເຕັກນິກດີຈີຕອນ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ການຄ້າ, ກໍຄືການສຶກສາ.

(ແຫຼ່ງຄັດຈາກ VOV)

ໄຟ​ຟ້າ​ແຮງ​ລົມ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ top 5 ໃນ​ ອາ​ຊີ

ໄຟ​ຟ້າ​ແຮງ​ລົມ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ top 5 ໃນ​ ອາ​ຊີ

ຕາມ​ບົດ​ລາຍ​ງານຫຼ້າ​ສຸດ​ຂອງ​ສະ​ພາ​ພະ​ລັງ​ງານ​ແຮງ​ລົມ​ທົ່ວ​ໂລກ, ຫວຽດ​ນາມ ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ກາຍ​ເປັນ​ຕະຫຼາດ​ໄຟ​ຟ້າ​ແຮງ​ລົມ​ຢູ່ນອກ​ຝັ່ງ ໃຫຍ່​ອັນ​ດັບ​ທີ 5 ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ໃນ​ໄລ​ຍະ 2031 – 2035.

Top