• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງ​ການອົບ​ພະ​ຍົບ​ສາ​ກົນ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ອົງການ IOM ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບ ຫວຽດນາມ. IOM ແລະ ຫວຽດນາມ ມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືໃນບັນດາກົນໄກສາກົນ, ພິເສດແມ່ນໃນບັນດາຂົງເຂດແຮງງານເຄື່ອນຍ້າຍ, ຕິດພັນກັບການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບຕໍ່ການອົບພະຍົບ ດ້ວຍການປະຕິບັດບັນດາເປົ້າໝາຍພັດທະນາ, ເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ (ພາບ: TTXVN)

ຢູ່ ເຊີແນວ (ສະວິດ), ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າສາກົນ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ ເຊີແນວ ໃນວັນທີ 18 ພະຈິກ ໄດ້ມີການພົບປະເຮັດວຽກກັບທ່ານນາງ Amy Pope, ຜູ້ອຳນວຍການໃຫຍ່ອົງການອົບພະຍົບສາກົນ (IOM).

ທີ່ການພົບປະ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຢັ້ງຢືນຄືນວ່າ ຫວຽດນາມ ສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືກັບ IOM ໃນການປະຕິບັດຂໍ້ຕົກລົງທົ່ວໂລກກ່ຽວກັບການຍົກຍ້າຍຖິ່ນຖານ (GCM); ບັນດາກະຊວງ, ຄະນະ, ຂະແໜງການຂອງ ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດ, ເອົາໃຈໃສ່, ສົມທົບກັນ ເພື່ອຮັບປະກັນວິທີສຳຜັດລະຫວ່າງຂະແໜງໃນການແກ້ໄຂບັນດາສິ່ງທ້າທາຍຕໍ່ການອົບພະຍົບ.

ຜູ້ອຳນວຍການໃຫຍ່ IOM, ທ່ານນາງ Amy Pope, ຢັ້ງຢືນວ່າ ອົງການ IOM ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບ ຫວຽດນາມ. IOM ແລະ ຫວຽດນາມ ມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືໃນບັນດາກົນໄກສາກົນ, ພິເສດແມ່ນໃນບັນດາຂົງເຂດແຮງງານເຄື່ອນຍ້າຍ, ຕິດພັນກັບການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບຕໍ່ການອົບພະຍົບ ດ້ວຍການປະຕິບັດບັນດາເປົ້າໝາຍພັດທະນາ, ເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ບັນດາຂົງເຂດໃຫ້ບຸລິມະສິດປຶກສາຫາລືລ້ວນແຕ່ຮັບໃຊ້ເປົ້າໝາຍລວມແມ່ນ ສຸມໃສ່ຊຸກຍູ້ວິໄສທັດການພັດທະນາເສດຖະກິດ ອາຊີ - ປາຊີຟິກ ຢ່າງຍາວໄກ.

Top