• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງ​ການກວດ​ສອບ​ບັນ​ຊີແຫ່ງ​ລັດ ປະ​ຕິບ​ັດ​ສຳ​ເລັດ​ບົດ​ບາດ​ປະ​ທານ ASOSAI ອາ​ຍຸ​ການ 2018 – 2021

 ວັນທີ 19 ຕຸລາ, ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໄດ້ຈັດພິທີສະຫຼຸບອາຍຸການ 3 ປີ (2018 – 2021) ໃນການເປັນປະທານອົງການກວດສອບສູງສຸດ ພາກພື້ນ ອາຊີ ASOSAI. ຕາມນັ້ນແລ້ວ, ຜູ້ຕາງໜ້າ ຫວຽດນາມ ໄດ້ນຳພາ ASOSAI ປະຕິບັດສຳເລັດແຜນການຍຸດທະສາດ ASOSAI ແລະ ຖະແຫຼງການ ຮ່າໂນ້ຍ. ນີ້ແມ່ນຜົນສຳເລັດທີ່ມີລັກສະນະສ້າງຂີດໝາຍ, ເສີມຂະຫຍາຍໄດ້ມູນເຊື້ອການຮ່ວມມືສາກົນຂອງອົງການກວດສອບແຫ່ງລັດໃນຫຼາຍປີຜ່ານມາ.
ສຳນັກງານອົງການກວດສອບບັນຊີແຫ່ງລັດ ຫວຽດນາມ (ພາບປະກອບ: vov.vn)

ໃນສະພາບການໂລກລະບາດໂຄວິດ - 19, ອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ເປັນປະທານປະຕິບັດສຳເລັດການກວດສອບຮ່ວມມືກ່ຽວກັບແຫຼ່ງຊັບພະຍາກອນນ້ຳເຂດອ່າງແມ່ນ້ຳຂອງ, ຜ່ານນັ້ນປະຕິບັດສຳເລັດລາຍການດຳເນີນງານສໍາຄັນຂອງ ASOSAI ຢ່າງຮອບດ້ານ. ທ່ານ ເຈິ່ນສີ໊ແທັງ ປະທານອົງການກວດສອບແຫ່ງລັດ ຫວຽດນາມ ເນັ້ນໜັກວ່າ:

        “ລາຍການເຄື່ອນໄຫວຂອງ ASOSAI ໄລຍະ 2018 – 2021 ໄດ້ເປັນພະຍານຫຼັກຖານໃຫ້ຄຳໝັ້ນສັນຍາຢ່າງແຮງ ແລະ ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງປະຊາຄົມ ASOSAI ເວົ້າລວມ ແລະ ອົງການກວດສອບແຫ່ງລັດ ຫວຽດນາມ ເວົ້າສະເພາະ, ເພື່ອແນໃສ່ປະຕິບັດສຳເລັດຖະແຫຼງການ ຮ່າໂນ້ຍ ກ່ຽວກັບການກວດກາສະພາບແວດລ້ອມ ແລະ ກວດສອບເປົ້າໝາຍພັດທະນາແບບຍືນຍົງ. ອົງການກວດສອບ ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າຈັດສົ່ງພະນັກງານລັດຖະກອນກວດສອບເຂົ້າຮ່ວມຫຼາຍເວທີປາໄສສຳຄັນ ໃນການຮ່ວມມືດ້ານວິຊາການຂອງອົງການຈັດຕັ້ງສາກົນ ແລະ ອົງການກວດສອບສູງສຸດ. ສາມາດເວົ້າໄດ້ວ່າ, ໝາກຜົນຂອງການເຄື່ອນໄຫວນີ້ ໄດ້ເປັນພະຍານຫຼັກຖານໃຫ້ຄວາມມານະພະຍາຍາມຂອງອົງການກວດສອບ ຫວຽດນາມ ໃນການເປັນເຈົ້າການ, ຕັ້ງໜ້າປະຕິບັດບົດບາດ, ຄວາມຮັບຜິດຊອບຊຸກຍູ້ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງໃນພາກພື້ນ.”

        ໂດຍແມ່ນສະມາຊິກຂອງຄະນະບໍລິຫານງານ ASOSAI ອາຍຸການ 2021 – 2024, ອົງການກວດສອບ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສວມບົດບາດເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເພື່ອສືບຕໍ່ປັບປຸງ, ເສີມຂະຫຍາຍທີ່ຕັ້ງບົດບາດຂອງຕົນໃນປະຊາຄົມ ASOSAI ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top