ຂ່າວສານ

ອົງ​ການກວດ​ສອບ​ບັນ​ຊີແຫ່ງ​ລັດ ປະ​ຕິບ​ັດ​ສຳ​ເລັດ​ບົດ​ບາດ​ປະ​ທານ ASOSAI ອາ​ຍຸ​ການ 2018 – 2021

 ວັນທີ 19 ຕຸລາ, ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໄດ້ຈັດພິທີສະຫຼຸບອາຍຸການ 3 ປີ (2018 – 2021) ໃນການເປັນປະທານອົງການກວດສອບສູງສຸດ ພາກພື້ນ ອາຊີ ASOSAI. ຕາມນັ້ນແລ້ວ, ຜູ້ຕາງໜ້າ ຫວຽດນາມ ໄດ້ນຳພາ ASOSAI ປະຕິບັດສຳເລັດແຜນການຍຸດທະສາດ ASOSAI ແລະ ຖະແຫຼງການ ຮ່າໂນ້ຍ. ນີ້ແມ່ນຜົນສຳເລັດທີ່ມີລັກສະນະສ້າງຂີດໝາຍ, ເສີມຂະຫຍາຍໄດ້ມູນເຊື້ອການຮ່ວມມືສາກົນຂອງອົງການກວດສອບແຫ່ງລັດໃນຫຼາຍປີຜ່ານມາ.
ສຳນັກງານອົງການກວດສອບບັນຊີແຫ່ງລັດ ຫວຽດນາມ (ພາບປະກອບ: vov.vn)

ໃນສະພາບການໂລກລະບາດໂຄວິດ - 19, ອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ເປັນປະທານປະຕິບັດສຳເລັດການກວດສອບຮ່ວມມືກ່ຽວກັບແຫຼ່ງຊັບພະຍາກອນນ້ຳເຂດອ່າງແມ່ນ້ຳຂອງ, ຜ່ານນັ້ນປະຕິບັດສຳເລັດລາຍການດຳເນີນງານສໍາຄັນຂອງ ASOSAI ຢ່າງຮອບດ້ານ. ທ່ານ ເຈິ່ນສີ໊ແທັງ ປະທານອົງການກວດສອບແຫ່ງລັດ ຫວຽດນາມ ເນັ້ນໜັກວ່າ:

        “ລາຍການເຄື່ອນໄຫວຂອງ ASOSAI ໄລຍະ 2018  2021 ໄດ້ເປັນພະຍານຫຼັກຖານໃຫ້ຄຳໝັ້ນສັນຍາຢ່າງແຮງ ແລະ ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງປະຊາຄົມ ASOSAI ເວົ້າລວມ ແລະ ອົງການກວດສອບແຫ່ງລັດ ຫວຽດນາມ ເວົ້າສະເພາະ, ເພື່ອແນໃສ່ປະຕິບັດສຳເລັດຖະແຫຼງການ ຮ່າໂນ້ຍ ກ່ຽວກັບການກວດກາສະພາບແວດລ້ອມ ແລະ ກວດສອບເປົ້າໝາຍພັດທະນາແບບຍືນຍົງ. ອົງການກວດສອບ ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າຈັດສົ່ງພະນັກງານລັດຖະກອນກວດສອບເຂົ້າຮ່ວມຫຼາຍເວທີປາໄສສຳຄັນ ໃນການຮ່ວມມືດ້ານວິຊາການຂອງອົງການຈັດຕັ້ງສາກົນ ແລະ ອົງການກວດສອບສູງສຸດ. ສາມາດເວົ້າໄດ້ວ່າ, ໝາກຜົນຂອງການເຄື່ອນໄຫວນີ້ ໄດ້ເປັນພະຍານຫຼັກຖານໃຫ້ຄວາມມານະພະຍາຍາມຂອງອົງການກວດສອບ ຫວຽດນາມ ໃນການເປັນເຈົ້າການ, ຕັ້ງໜ້າປະຕິບັດບົດບາດ, ຄວາມຮັບຜິດຊອບຊຸກຍູ້ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງໃນພາກພື້ນ.”

        ໂດຍແມ່ນສະມາຊິກຂອງຄະນະບໍລິຫານງານ ASOSAI ອາຍຸການ 2021 – 2024, ອົງການກວດສອບ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສວມບົດບາດເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເພື່ອສືບຕໍ່ປັບປຸງ, ເສີມຂະຫຍາຍທີ່ຕັ້ງບົດບາດຂອງຕົນໃນປະຊາຄົມ ASOSAI ແລະ ໂລກ.

(ແຫຼ່ງຄັດຈາກ VOV)


top