• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງການ ອະນາໄມໂລກ ຮັບຮູ້ ຫວຽດນາມ ແກ້ໄຂໂລກພະຍາດ Covid – 19 ໄດ້ດີຫຼາຍ

      ອົງການອະນາໄມໂລກ (WHO) ໄດ້ຮັບຮູ້ວ່າ ຫວຽດນາມ ສາມາດແກ້ໄຂບັນຫາເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ໂຄໂຣນາ (Covid – 19) ໄດ້ດີຫຼາຍ.

(ພາບປະກອບ: VTV)
      ຕາມແຈ້ງການໂດຍກະຊວງສາທາລະນະສຸກ ໄດ້ຖະແຫຼງໃນວັນທີ 15 ກຸມພາ, ອົງການ WHO ຢັ້ງຢືນວ່າ ຫວຽດນາມ ໄດ້ສະແດງໃຫ້ເຫັນກໍາລັງຄວາມສາມາດໃນການແກ້ໄຂບັນດາບັນຫາການແພດສາທາລະນະສຸກເສີນ, ນັບທັງການເກີດໂລກລະບາດຕິດຕໍ່ສາຍພັນໃໝ່. ໝາກຜົນດັ່ງກ່າວແມ່ນບັນລຸໄດ້ພາຍຫຼັງມີການລົງທຶນ, ເພີ່ມທະວີກໍາລັງຄວາມສາມາດມາເປັນເວລາຫຼາຍປີ ຕາມຄວາມຮຽກຮ້ອງຂອງກົດລະບຽບສາທາລະນະສຸກສາກົນ (2005). ອົງການ WHO ໄດ້ເອີ້ນວ່າ ນີ້ແມ່ນກໍາລັງແຫ່ງຊາດ ໃນການກຽມພ້ອມຮັບມື ແລະ ຄວຍຄຸມບັນດາບັນຫາສາທາລະນະສຸກສຸກເສີນ.
        ເພື່ອຮັບມືກັບເຊື້ອພະຍາດ Covid – 19 ໄດ້ຢ່າງມີປະສິດທິຜົນກວ່ານັ້ນ, ອົງການ WHO ສະເໜີໃຫ້ຫວຽດນາມ ຄວນສືບຕໍ່ມີສະຕິລະວັງຕົວ ແລະ ກຽມພ້ອມຄວບຄຸມເຊື້ອພະຍາດ; ກວດພົບໄວ, ແຍກຢູ່ຕ່າງຫາກ ແລະ ກໍາຈັດບັນດາກໍລະນີຕິດເຊື້ອ ດ້ວຍມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການຕິດເຊື້ອໃຫ້ເໝາະສົມ; ເພີ່ມທະວີການຕິດຕາມກວດກາ, ແບ່ງປັນຂໍ້ມູນຂ່າວສານກັບອົງການ WHO ຢ່າງຈະແຈ້ງ ແລະ ທັນການ ຕາມຄວາມຮຽກຮ້ອງຂອງກົດລະບຽບສາທາລະນະສຸກສາກົນ (2005).
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top