ຂ່າວສານ
ອີຮານ ປະຕິເສດຂ່າວລືບັນລຸໄດ້ຂໍ້ຕົກລົງກ່ຽວກັບການສິ້ນສຸດການປະທະກັນກັບ ອາເມລິກາ
ວັນທີ 21 ພຶດສະພາ, ສື່ມວນຊົນ ອີຣານ ໄດ້ລົງຂ່າວເປັນຈຳນວນຫຼາຍ ໂດຍຢັ້ງຢືນປະເທດນີ້ ແລະ ອາເມລິກາ ຍັງບໍ່ທັນບັນລຸໄດ້ບໍ່ວ່າຂໍ້ຕົກລົງສະບັບໃດກ່ຽວກັບການສິ້ນສຸດການປະທະກັນ; ພ້ອມທັງສືບຕໍ່ປະຕິເສດບາງຂ່າວລືກ່ອນໜ້ານັ້ນ ກ່ຽວກັບເລື່ອງ ວໍຊິງຕັນ ແລະ ເຕເຮຣານ ບັນລຸໄດ້ມາດຕະການຢຸດຕິການປະທະກັນ. ແຫຼ່ງຂ່າວຈາກ ອີຣານ ຢັ້ງຢືນວ່າ ບັນດາການປຶກສາຫາລືລະຫວ່າງ ອາເມລິກາ ແລະ ອີຣານ ຍັງສືບຕໍ່ດຳເນີນພາຍໃຕ້ການໜູນຊ່ວຍຈາກ ປາກິດສະຖານ ແລະ ຄວາມບໍ່ລົງລອຍກັນຈຳນວນໜຶ່ງໄດ້ຮັດແຄບເຂົ້າແລ້ວ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງສະບັບສຸດທ້າຍ ແມ່ນຍັງບໍ່ທັນເປັນເອກະພາບກັນເທື່ອ. ບັນຫາເສີມທາດ ຢູລານຽມ ຂອງ ອີຣານ ກໍຄື ສິດຄວບຄຸມຂອງ ເຕເຮຣານ ສຳລັບຊ່ອງແຄບທະເລ Hormuz, ຍັງແມ່ນບັນດາຂໍ້ຕິດຂັດຢ່າງໃຫຍ່ຫຼວງລະຫວ່າງສອງຝ່າຍ.
ຂໍ້ມູນດັ່ງກ່າວໂດຍສື່ມວນຊົນ ອີຣານ ຍົກອອກມາ ພາຍຫຼັງເກີດມີບາງແຫຼ່ງຂ່າວໃນພາກພື້ນໄດ້ໃຫ້ຂ່າວກ່ຽວກັບເລື່ອງ ອາເມລິກາ ແລະ ອີຣານ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຢຸດຕິການປະທະກັນ ແລະ ເປີດຊ່ອງແຄບທະເລ Hormuz ຄືນໃໝ່, ແຕ່ບໍ່ໄດ້ເຜີຍຂໍ້ມູນລາຍລະອຽດ.
ປັດຈຸບັນ, ປາກິດສະຖານ, ປະເທດເປັນກາງໄກ່ເກ່ຍລະຫວ່າງ ອີຣານ ແລະ ອາເມລິກາ ພວມມານະພະຍາຍາມຫຼາຍກວ່າອີກ ແນໃສ່ຮັດແຄບຄວາມບໍ່ລົງລອຍກັນລະຫວ່າງ 2 ປະເທດ, ມຸ່ງໄປເຖິງຂໍ້ຕົກລົງເທື່ອລະກ້າວ.







