ຂ່າວສານ

ອີ​ຮານ ປະ​ຕິ​ເສດຂ່າວ​ລືບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ກັບ ອາ​ເມ​ລິ​ກາ

ອີ​ຣານ ແລະ ອາ​ເມ​ລິ​ກາ ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ບໍ່​ວ່າ​ຂໍ້​ຕົກ​ລົງ​ສະ​ບັບ​ໃດ​ກ່ຽວ​ກັບ​ການ​ສິ້ນ​ສຸ​ດ​ການ​ປະ​ທະ​ກັນ; ພ້ອມ​ທັງ​ສືບ​ຕໍ່​ປະ​ຕິ​ເສດ​ບາ​ງ​ຂ່າວ​ລື​ກ່ອນ​ໜ້າ​ນັ້ນ ກ່ຽວ​ກັບ​ເລື່ອງ ວໍ​ຊິງ​ຕັນ ແລະ ເຕ​ເຮ​ຣານ ບັນ​ລຸ​ໄດ້​ມາ​ດ​ຕ​ະ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ.
  ພາບ​ປະ​ກອບ: ຫ້ອງ​ວ່າ​ການ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອີ​ຣານ (ພາບ: WANA/REUTERS)  

ວັນ​ທີ 21 ພຶດ​ສະ​ພາ, ສື່ມວນ​ຊົນ ອີ​ຣານ ໄດ້​ລົງ​ຂ​່າວ​ເປັນ​ຈຳ​ນວນຫຼາຍ ໂດຍ​ຢັ້ງ​ຢືນ​ປະ​ເທດ​ນີ້ ແລະ ອາ​ເມ​ລິ​ກາ ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ບໍ່​ວ່າ​ຂໍ້​ຕົກ​ລົງ​ສະ​ບັບ​ໃດ​ກ່ຽວ​ກັບ​ການ​ສິ້ນ​ສຸ​ດ​ການ​ປະ​ທະ​ກັນ; ພ້ອມ​ທັງ​ສືບ​ຕໍ່​ປະ​ຕິ​ເສດ​ບາ​ງ​ຂ່າວ​ລື​ກ່ອນ​ໜ້າ​ນັ້ນ ກ່ຽວ​ກັບ​ເລື່ອງ ວໍ​ຊິງ​ຕັນ ແລະ ເຕ​ເຮ​ຣານ ບັນ​ລຸ​ໄດ້​ມາ​ດ​ຕ​ະ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ. ແຫຼ່ງ​ຂ່າວ​ຈາກ ອີ​ຣານ ຢັ້ງ​ຢືນ​ວ່າ ບັນ​ດາ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ຍັງ​ສືບ​ຕໍ່​ດຳ​ເນີນ​ພາຍ​ໃຕ້​ການ​ໜູນ​ຊ່ວຍ​ຈາກ ປາ​ກິດ​ສະ​ຖານ ແລະ ​ຄວາມ​ບໍ່​ລົງ​ລອຍ​ກັນ​ຈຳ​ນວນ​ໜຶ່ງ​ໄດ້​ຮັດ​ແຄບ​ເຂົ້າ​ແລ້ວ. ເຖິງ​ຢ່າງ​ໃດ​ກໍ​ຕ​າມ, ຂໍ້​ຕົກ​ລົງ​ສະ​ບັບ​ສຸດ​ທ້າຍ ແມ່ນ​ຍັງ​ບໍ່​ທັນ​ເປັນ​ເອ​ກະ​ພາບ​ກັນ​ເທື່ອ. ບັນ​ຫາ​ເສີມ​ທາດ ຢູ​ລາ​ນຽມ ຂອງ ອີ​ຣານ ກໍ​ຄື ສິດ​ຄວບ​ຄຸມ​ຂອງ​ ເຕ​ເຮ​ຣານ ສຳ​ລັບ​ຊ່ອງ​ແຄບ​ທະ​ເລ Hormuz, ຍັງແມ່​ນ​ບັນ​ດາ​ຂໍ້​ຕິ​ດ​ຂັດ​ຢ່າງ​ໃຫຍ່ຫຼວງ​ລະ​ຫວ່າງ​ສອງ​ຝ່າຍ.

ຂໍ້​ມູນ​ດັ່ງ​ກ່າວ​ໂດຍ​ສື່ມວນ​ຊົນ ອີ​ຣານ ຍົກ​ອອກ​ມາ ພາຍຫຼັງເກີດ​ມີ​ບາ​ງ​ແຫຼ່ງ​ຂ່າວ​ໃນ​ພາກ​ພື້ນ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງ ອາ​ເມ​ລິ​ກາ ແລະ ອີ​ຣານ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຢຸ​ດ​ຕິ​ການ​ປະ​ທະ​ກັນ ແລະ ເປີ​ດ​ຊ່ອງ​ແຄບ​ທະ​ເລ Hormuz ຄືນ​ໃໝ່, ແຕ່​ບໍ່​ໄດ້​ເຜີຍ​ຂໍ້​ມູນ​ລາຍ​ລະ​ອຽດ.

ປັດ​ຈຸ​ບັນ, ປາ​ກິດ​ສະ​ຖານ, ປະ​ເທດ​ເປັນ​ກາງ​ໄກ່​ເກ່ຍລະ​ຫວ່າງ ອີ​ຣານ ແລະ ອ​າ​ເມ​ລິ​ກາ ພວມມາ​ນະ​ພະ​ຍາ​ຍາມຫຼາຍກວ່າ​ອີກ ແນ​ໃສ່​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ 2 ປະ​ເທດ, ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ເທື່ອ​ລະ​ກ້າວ.


top