• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣັກ ໃຫ້​ສັດ​ຕະ​ຍາ​ບັນ​ລັດ​ຖະ​ບານຊຸດ​ໃໝ່

ທ່ານ Amidi ຫວັງ​ວ່າ ລັດ​ຖະ​ບານ​ຊຸດ​ໃຫ່​ມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Zaidi ຈະ​ໄດ້​ສ້າງ​ໃຫ້​ສົມ​ບູນ​ແບບ​ໂດຍ​ໄວ.
  ບັນດາສະມາຊິກລັດຖະສະພາ ອີຣັກ ເຂົ້າຮ່ວມກອງປະຊຸມສະພາ ເພື່ອລົງຄະແນນສຽງເລືອກເອົາລັດຖະບານຊຸດໃໝ່ ໂດຍທ່ານ Ali al-Zaidi ເປັນນາຍົກລັດຖະມົນຕີ, ທີ່ຕຶກລັດຖະສະພາໃນນະຄອນຫຼວງ Baghdad, ປະເທດອີຣັກ, ວັນທີ 14 ພຶດສະພາ 2026. ພາບ: Reuters/Ahmed Saad  

ສວັນ​ທີ 14 ພຶດ​ສະ​ພາ, ສະ​ພາ​ແຫ່​ງ​ຊາດ ອີ​ຣັກ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ລັດ​ຖະ​ບານ​ຂອງ​ທ່ານ Ali al-Zaidi, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ຊື່ງ​ໄດ້​ຢຸດ​ຕິ​ສະ​ພາບ​ການ​ດ້ານ​ການ​ເມືອງ​ທີ່ບໍ່​ມີ​ທາງ​ອອກ​ ພາຍ​ຫຼັງ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ພະ​ຈິກ​ປີ 2025 ທີ່​ຜ່ານມ​າ

ກ່າວ​ຄຳ​ເຫັນ​ພາ​ຍ​ຫລັງ​ການ​ປ່ອນ​ບັດ, ທ່ານ Nizar Amidi ປ​ພ​ທາ​ນາ​ທິ​ບໍ​ດີ ອີ​ຣັກ ໄດ້​ຕີ​ລາ​ຄາ​ເລື່ອງ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ລັດ​ຖະ​ບານ​ແມ່ນ “ຂີດ​ໝາຍ​ແຫ່ງ​ຊາດ​ທີ່​ສຳ​ຄັນ” ເພື່ອ​ແນ​ໃສ່​ປັບ​ປຸງ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ ແລະ ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ. ທ່ານ Amidi ຫວັງ​ວ່າ ລັດ​ຖະ​ບານ​ຊຸດ​ໃຫ່​ມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Zaidi ຈະ​ໄດ້​ສ້າງ​ໃຫ້​ສົມ​ບູນ​ແບບ​ໂດຍ​ໄວ ເພື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ລັດ​ຖະ​ບານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຕອບ​ສະ​ໜອງ​ຄວາມ​ມຸ່ງ​ຫວັງ​ຂອງ ປ​ຊ​ຊ.

ຕາມ​ຂໍ້​ກຳ​ນົດ​ຂອງ ອີ​ຣັກ, ລັດ​ຖະ​ບານ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ ເມື່ອ​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ​ກາຍ​ເຄິ່ງ​ໜຶ່ງ​ຈຳ​ນວນ​ກະ​ຊວງ​ໃນ​ລັດ​ຖະ​ບານ. ຄາດ​ວ່າ, ລັດ​ຖະ​ບານ​ຂອງ​ທ່ານ Zaidi ຈະ​ມີລັດ​ຖະ​ມົນ​ຕີ 23 ທ່ານ​ແຕ່​ບັນ​ຊີ​ລາຍ​ຊື່​ຍັງ​ບໍ່​ທັນ​ໄດ້​ສ້າງ​ສຳ​ເລັດ​ເທື່ອ ຍ້ອນ​ບັນ​ດາ​ພັກ​ຝ່າຍ​ຕົ້ນ​ຕໍ ຍັງ​ສືບ​ຕໍ່​ເຈ​ລະ​ຈາ​ກ່ຽວ​ກັບ​ທີ່​ຕັ້ງ​ຕຳ​ແໜ່ງ​ຈຳ​ນວນ​ໜຶ່ງ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top