ຢູ່ການຕ້ອນຮັບ, ທ່ານປະທານ ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຜະລິດຕະພັນກະເສດຂອງ ຫວຽດນາມ ແລະ ຂອບໃຈທ່ານເອກອັກຄະລັດຖະທູດ ທີ່ໄດ້ຮ່ວມເດີນທາງພ້ອມກັບ Macfrut ໃນການແນະນຳຜະລິດຕະພັນ ຫວຽດນາມ ໃນ 2 ປີຜ່ານມາ. ທ່ານໃຫ້ຮູ້ວ່າ ປີ 2023, ງານຕະຫຼາດນັດ ຈະພິເສດກ່ວາອີກ, ຖ້າມີເຂດວາງສະແດງເຄື່ອງປຸງແຕ່ງ ແລະ ສະໝູນໄພ, ເຂດວາງສະແດງກ່ຽວກັບສວນກ້າເບ້ຍ ແລະ ປ່ຽນແປງແນວພັນປູກ ສ້າງບໍລິເວນ ກ່ຽວກັບຜະລິດຕະພັນກະເສດລະດັບພາກພື້ນ ແລະ ສາກົນ.
ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮຶງ ຢັ້ງຢືນທ່າແຮງຂອງບັນດາຜະລິດຕະພັນກະເສດ ຫວຽດນາມ ແລະ ປາດຖະຫນາວ່າ ຫວຽດນາມ ຈະມີໜ້າເຂົ້າຮ່ວມງານຕະຫຼາດນັດປີນີ້ ເພື່ອສືບຕໍ່ນຳຜະລິດຕະພັນກະເສດທີ່ມີຄຸນນະພາບສູງ, ມີຊື່ສຽງຂອງ ຫວຽດນາມ ມາຍັງຕະຫຼາດອີຕາລີ, ສະຫະພາບເອີລົບ (Eu) ແລະ ສາກົນ. ຕາມທ່ານເອກອັກຄະລັດຖະທູດ ເຢືອງຫາຍຮຶງແລ້ວ, ນີ້ບໍ່ພຽງແຕ່ແມ່ນກາລະໂອກາດເພື່ອແນະນຳ, ໂຄສະນາບັນດາຜະລິດຕະພັນ ຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ຄົ້ນຄ້ວາ, ຊອກຮູ້ກ່ຽວກັບເຕັກນິກໃໝ່ໃນຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງອີກດ້ວຍ.