ຂ່າວສານ

ອີ​ຕາ​ລີ ຕີ​ລາ​ຄາ​ສູງ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ເສດ ຫວຽດ​ນາມ

ຫວ່າງມໍ່ໆມານີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫ໋າຍຮຶງ ໄດ້ໃຫ້ການຕ້ອນຮັບທ່ານ Renzo Piraccini, ປະທານບໍລິສັດ CESENA FIERA, ຫົວໜ່ວຍຈັດຕັ້ງງານຕະຫຼາດນັດ Macfrut, ເພື່ອກະກຽມໃຫ້ແກ່ແຜນການ ຫວຽດນາມເຂົ້າຮ່ວມງານຕະຫຼາດນັດ Macfrut 2023.
  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫ໋າຍຮຶງ ພ້ອມກັບບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ (ພາບ: TTXVN)  

ຢູ່ການຕ້ອນຮັບ, ທ່ານປະທານ ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຜະລິດຕະພັນກະເສດຂອງ ຫວຽດນາມ ແລະ ຂອບໃຈທ່ານເອກອັກຄະລັດຖະທູດ ທີ່ໄດ້ຮ່ວມເດີນທາງພ້ອມກັບ Macfrut ໃນການແນະນຳຜະລິດຕະພັນ ຫວຽດນາມ ໃນ 2 ປີຜ່ານມາ. ທ່ານໃຫ້ຮູ້ວ່າ ປີ 2023, ງານຕະຫຼາດນັດ ຈະພິເສດກ່ວາອີກ, ຖ້າມີເຂດວາງສະແດງເຄື່ອງປຸງແຕ່ງ ແລະ ສະໝູນໄພ, ເຂດວາງສະແດງກ່ຽວກັບສວນກ້າເບ້ຍ ແລະ ປ່ຽນແປງແນວພັນປູກ ສ້າງບໍລິເວນ ກ່ຽວກັບຜະລິດຕະພັນກະເສດລະດັບພາກພື້ນ ແລະ ສາກົນ.

ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮຶງ ຢັ້ງຢືນທ່າແຮງຂອງບັນດາຜະລິດຕະພັນກະເສດ ຫວຽດນາມ ແລະ ປາດຖະຫນາວ່າ ຫວຽດນາມ ຈະມີໜ້າເຂົ້າຮ່ວມງານຕະຫຼາດນັດປີນີ້ ເພື່ອສືບຕໍ່ນຳຜະລິດຕະພັນກະເສດທີ່ມີຄຸນນະພາບສູງ, ມີຊື່ສຽງຂອງ ຫວຽດນາມ ມາຍັງຕະຫຼາດອີຕາລີ, ສະຫະພາບເອີລົບ (Eu) ແລະ ສາກົນ. ຕາມທ່ານເອກອັກຄະລັດຖະທູດ ເຢືອງຫາຍຮຶງແລ້ວ, ນີ້ບໍ່ພຽງແຕ່ແມ່ນກາລະໂອກາດເພື່ອແນະນຳ, ໂຄສະນາບັນດາຜະລິດຕະພັນ ຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ຄົ້ນຄ້ວາ, ຊອກຮູ້ກ່ຽວກັບເຕັກນິກໃໝ່ໃນຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງອີກດ້ວຍ.

 


top