• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຕາ​ລີ ຊ່ວຍ​ຊາວ​ອົບ​ພະ​ຍົບ​ປະ​ມານ 1.000 ຄົນ ທີ່​ລ່ອງ​ລອຍ​ຢູ່​ກາງ​ທະ​ເລ​ເມ​ດີ​ເຕ​ຣາ​ເນຍ ເຂົ້າ​ຝັ່ງ​ຢ່າງ​ປອດ​ໄພ

ວັນທີ 11 ມີນາ, ສື່ມວນຊົນ ອີຕາລີ ໃຫ້ໃຫ້ຂ່າວວ່າ ມີຊາວອົບພະຍົບປະມານ 1.000 ຄົນ ທີ່ລ່ອງລອຍຢູ່ກາງທະເລເມດີເຕຣາເນຍ ໄດ້ສົ່ງເຂົ້າທຽບທ່າກ່ຳປັນ 2 ແຫ່ງ ຂອງປະເທດນີ້ຢ່າງປອດໄພ ພາຍຫຼັງທີ່ກ່ຳປັ່ນໂດຍສານເຂົາເຈົ້າລ່ອງລອຍຢູ່ກາງທະເລ ເມດີເຕຣາເນຍ ໃນເງື່ອນໄຂຟອງໃຫຍ່ລົມພັດແຮງ.
  (ພາບປະກອບ: AFP/TTXVN)  

ກ່ອນໜ້ານັ້ນ, ວັນທີ 10 ມີນີ, ກຳລັງປ້ອງກັນຝັ່ງທະເລ ອີຕາລີ ໃຫ້ຮູ້ວ່າ ບັ້ນກູ້ໄພກູ້ຊີບທີ່ມີຂອບຂະໜາດໃຫຍ່ ໄດ້ດຳເນີນພາຍຫຼັງພົບເຫັນ ກ່ຳປັ່ນ 2 ລຳ ລ່ອງລອຍຢູ່ທາງທິດໃຕ້ນະຄອນ Calabrian, ແຂວງ Crotone ແລະ ຢູ່ນອກຝັ່ງເທລະທິດໃຕ້ເທດສະບານເມືອງ Roccella Ionica. ປັດຈຸບັນ, ມີຊາວອົບພະຍົບປະມານກວ່າ 1.700 ຄົນ ຂອງ 2 ໃນຈຳນວນ 3 ກ່ຳປັ່ນດັ່ງກ່າວ ໄດ້ເຂົ້າທຽບທ່າຢ່າງປອດໄພ. ໃນຂະນະນັ້ນ, ກ່ຳປັ່ນລຳທີ 3 ຍັງບໍ່ທັນຮູ້ແຈ້ງວ່າເປັນຄືແນວໃດ ຍ້ອນສະພາບດິນຟ້າອາກາດຢູ່ທະເລ ບໍ່ອຳນວຍຄວາມສະດວກແກ່ວຽກງານກູ້ໄພກູ້ຊີບ.

ຕາມກະຊວງພາຍໃນ ອີຕາລີ ແລ້ວ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ມີຊາວອົບພະຍົບກວ່າ 17.500 ຄົນ ໄດ້ອົບພະຍົບໄປຍັງ ອີຕາລີ ຜ່ານທາງທະເລ, ເຊິ່ງສູງກວ່າທົບ 3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top