• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢີບ ຈັດກອງປະຊຸມວິສາມັນສຸດຍອດ ອາຣັບ ກ່ຽວກັບ ປາແລັດສະຕິນ

ກອງປະຊຸມຈະຈັດຂຶ້ນໃນວັນທີ 27 ກຸມພາ ໂດຍມີການເຂົ້າຮ່ວມຂອງການນຳ ອາຣັບ ຫຼາຍທ່ານ ແລະ ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas.
(ພາບປະກອບ: THX/TTXVN)

ວັນທີ 09 ກຸມພາ, ກະຊວງການຕ່າງປະເທດ ອີຢິບ ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ຈະຈັດກອງປະຊຸມວິສາມັນສຸດຍອດກຸ່ມ ອາຣັບ ໃນທ້າຍເດືອນນີ້ ເພື່ອປຶກສາຫາລືກ່ຽວກັບບັນດາການຜັນແປທີ່ຖືກພັນລະນາວ່າເປັນໜ້າວິຕົກກັງວົນເຊິ່ງກ່ຽວຂ້ອງເຖິງບັນຫາ ປາແລັດສະຕິນ. ແຈ້ງການຂອງກະຊວງການຕ່າງປະເທດ ອີຢີບ ໃຫ້ຮູ້ວ່າ, ກອງປະຊຸມຈະຈັດຂຶ້ນໃນວັນທີ 27 ກຸມພາ ໂດຍມີການເຂົ້າຮ່ວມຂອງການນຳ ອາຣັບ ຫຼາຍທ່ານ ແລະ ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas.

ກະຊວງການຕ່າງປະເທດ ອີຢິບ ຊີ້ແຈ້ງວ່າ, ກອງປະຊຸມໄດ້ຈັດຂຶ້ນໃນສະພາບການພວມມີການຄັດຄ້ານ ແລະ ຕຳໜິຕິຕຽນໃນຫາງສຽງສາກົນຢ່າງກວ້າງຂວາງຕໍ່ການສະເໜີຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບການຮັບປົກຄອງເຂດ ກາຊາ ແລະ ສ້າງເຂດຕັ້ງຖິ່ນຖານຄົງທີ່ຊາວ ປາແລັດສະຕິນ ຢູ່ນອກເຂດດິນແດນດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top