• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນ​ໂດ​ເນ​ເຊຍ​ ສົ່ງ​ສານຄັດ​ຄ້ານ​ສິດ​ປະ​ຫວັດ​ສາດ​ຂອງ​ ຈີນ ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂຶ້ນ​​​ຕໍ່ ສ​ປ​ຊ

ໂດຍສືບຕໍ່ບັນດາບາດກ້າວທາງການທູດຢ່າງແຮງ ໃນ ມໍ່ໆມານີ້ເພື່ອຄັດຄ້ານບັນດາຄຳຮຽກສິດຂອງ ຈີນ, ອິນໂດເນເຊຍສືບຕໍ່ສົ່ງສານທາງການສະບັບໜຶ່ງຂຶ້ນຕໍ່ ສປຊ ເພື່ອປະຕິເສດການຮຽກສິດກ່ຽວກັບ “ສິດປະຫວັດສາດ” ຕໍ່ເຂດເສດຖະກິດພິເສດ (EEZ) ຂອງອິນໂດເນເຊຍຢູ່ທະເລຕາເວັນອອກ.

ທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ຢັ້ງຢືນບໍ່ເຂົ້າຮ່ວມການເຈລະຈາກັບຈີນ

ສານທາງການສະບັບດັ່ງກ່າວຂອງອິນໂດເນເຊຍທີ່ສົ່ງເຖິງສປຊໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນຂອງປະເທດນີ້ກ່ຽວກັບບັນຫາທະເລຕາເວັນອອກຢ່າງຖືກຕ້ອງຕາມສົນທິສັນຍາສປຊກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະ ຄຳຕັດສິນຂອງສານກຳມະການໃນປີ 2016. ທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍເນັ້ນໜັກວ່າ:

ອີງໃສ່ UNCLOS 1982 ອິນໂດເນເຊຍບໍ່ມີເຂດທັບຊ້ອນກັບຈີນ ດັ່ງນັ້ນບໍ່ເຂົ້າຮ່ວມບໍ່ວ່າການເຈລະຈາໃດກ່ຽວກັບການແບ່ງກຳນົດເຂດນ້ຳແດນດິນກັບປະເທດນີ້. ຢູ່ທະເລຕາເວັນອອກ, ອິນໂດເນເຊຍພຽງແຕ່ມີອະທິປະໄຕທັບຊ້ອນກັບ ຫວຽດນາມ ແລະ ມາເລເຊຍ. ເຖິງຢ່າງໃດກໍ່ຕາມ, ຜ່ານບັນດາການເຈລະຈາ, ອິນໂດເນເຊຍໄດ້ປະສົບຜົນສຳເລັດໃນການແບ່ງກຳນົດເຂດນ້ຳແດນດິນກັບ ຫວຽດນາມ ແລະ ມາເລເຊຍແລ້ວ, ປັດຈຸບັນ, ອິນໂດເນເຊຍພຽງແຕ່ເຈລະຈາການແບ່ງກຳນົດເຂດເສດຖະກິດພິເສດ (EEZ) ກັບສອງປະເທດດັ່ງກ່າວ.

ກ່ອນໜ້ານັ້ນ, ອິນໂດເນເຊຍໄດ້ປະຕິບັດຄຳຮຽກສິດຂອງຈີນຢູ່ທະເລຕາເວັນອອກຢ່າງເດັດດ່ຽວ ແລະ ຮຽກຮ້ອງໃຫ້ບັນດາປະເທດປະຕິບັດ ຕາມ  ແລະ ຄຳຕັດສິນຂອງສານກຳມະການໃນປີ 2016 ໃນເຫດການຮ້ອງຟ້ອງລະຫວ່ງ ຟີລິບປິນ ແລະ ຈີນກ່ຽວກັບການຂັດແຍ້ງກັນດ້ານອະທິປະໄຕ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top