• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍ ຕະຫລາດທີ່ມີຄວາມສາມາດບົ່ມຊ້ອນຂອງຂະແຫນງທ່ອງທ່ຽວຫວຽດນາມ

      ໂດຍແມ່ນປະເທດມີພົນລະເມືອງຫລາຍອັນດັບ 4 ໃນໂລກ ດ້ວຍລະດັບລາຍຈ່າຍແມ່ນຢູ່ໃນລະດັບປານກາງສູງ, ໄລຍະຜ່ານມາ ອິນໂດເນເຊຍ ໄດ້ຮັບການຕີລາຄາວ່າແມ່ນຫນຶ່ງໃນບັນດາຕະຫລາດຊື່ງຂະແຫນງທ່ອງທ່ຽວຫວຽດນາມ ສົ່ງນັກທ່ອງທ່ຽວໄປຢ້ຽມຢາມຫລາຍສົມຄວນ. ນັບມື້ນັບມີຫລາຍບໍລິສັດທ່ອງທ່ຽວຂອງຫວຽດນາມ ສົນໃຈຂຸດຄົ້ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນນີ້ ຄຽງຂ້າງບັນດາຕະຫລາດເດີມຄື: ຍີ່ປຸ່ນ, ສເກົາຫລີ, ຈີນ, ອາເມລິກາ… ດ້ວຍຄວາມມານະພະຍາຍາມ ແລະ ບັນດາບາດກ້າວລະອຽດຂອງບັນດາບໍລິສັດທ່ອງທ່ຽວຫວຽດນາມ, ໃນຊຸມປີມານີ້ ຈຳນວນນັກທ່ອງທ່ຽວ ອິນໂດເນເຊຍ ມາຢ້ຽມຢາມຫວຽດນາມນັບມື້ນັບເພີ່ມຂຶ້ນ.
ນັກທ່ອງທ່ຽວອິນໂດເນເຊຍຊື້ເຄື່ອງຂອງຢູ່ຕະຫລາດຂອງຫວຽດນາມ
ພາບ:ອິນເຕີແນັດ
      ນັບແຕ່ຕົ້ນປີມາຮອດປະຈຸບັນ, ເດືອນມີຖຸນາ ແມ່ນເດືອນທີ່ ມີນັກທ່ອງທ່ຽວ ອິນໂດເນເຊຍ ເຂົ້າມາຢ້ຽມຢາມ ຫວຽດນາມ ຫລາຍສຸດ ຍ້ອນເດືອນນີ້ແມ່ນກົງກັບໂອກາດບຸນ Lebaran ຂອງອິນໂດເນເຊຍ. ເອື້ອຍ ແທງຮ່າ, ຜູ້ອຳນວຍການບໍລິສັດ Prestige Travel ຊື່ງແມ່ນບໍລິສັດທ່ອງທ່ຽວເຖິງວ່າຫາກໍ່ເລີ່ມຂຸດຄົ້ນຕະຫລາດອິນໂດເນເຊຍ ໃນໄລຍະ 2 ປີມານີ້ກໍຕາມ ແຕ່ປະຈຸບັນ ໄດ້ມີຈຳນວນນັກທ່ອງທ່ຽວໄປທ່ອງທ່ຽວ ອິນໂດເນເຊຍ ຫລາຍສົມຄວນ.
        ປີນີ້ເມື່ອທຽບໃສ່ປີກາຍແມ່ນເຕີບໂຕເຖິງ 100%. ນັບແຕ່ຕົ້ນປີມາຮອດປະຈຸບັນ ຈຳນວນນັກທ່ອງທ່ຽວຂອງບໍລິສັດແມ່ນຂຸດຄົ້ນໄດ້ກວ່າ 1000 ຄົນ, ສະເລ່ຍແຕ່ລະເດືອນແມ່ນແຕ່ 150-200 ຄົນ. ຫລາຍສຸດແມ່ນໃນໂອກາດບຸນ Lebaran ຂອງອິນໂດເນເຊຍ ແລະ ໃນໂອກາດ ບຸນຄຼິດສະມາດ.
        ກໍ່ເຊັ່ນດຽວກັນກັບບໍລິສັດ Prestige Travel, ໃນເດືອນມິຖຸນາ ຜ່ານມາ ມີຫລາຍບໍລິສັດທ່ອງທ່ຽວອື່ນຄື: Viking, Dong Travel, Huong Giang Travel…ກໍ່ຕ້ອນຮັບນັກທ່ອງທ່ຽວຫລາຍຄະນະມາຈາກ ອິນໂດເນເຊຍ. ໂດຍກຳແຫນ້ນໄດ້ຄວາມນິຍົມຂອງນັກທ່ອງທ່ຽວ ອິນໂດເນເຊຍ ແມ່ນຢາກຊື້ເຄື່ອງຂອງ, ບັນດາບໍລິສັດທ່ອງທ່ຽວ ຫວຽດນາມ ລ້ວນແຕ່ສ້າງບັນດາລາຍການຊື້ເຄື່ອງຂອງໃຫ້ແກ່ນັກທ່ອງທ່ຽວ. ເມື່ອໄປຢ້ຽມຢາມ ນະຄອນ ໂຮ່ຈິມີນ, ນັກທ່ອງທ່ຽວ ໄດ້ຊື້ເຄື່ອງຂອງຢູ່ ຕະຫລາດ ເບນແທງ, ບັນດາຮ້ານຄ້າໃກ້ກັບບໍລິເວນຕະຫລາດ ຫລື Saigon Square, ເມື່ອໄປຢ້ຽມຢາມ ຮ່າໂນ້ຍ ແມ່ນບໍລິເວນຄຸ້ມຖະຫນົນເກົ່າ ແລະ ຕະຫລາດດົງຊວນ. ອ້າຍ ຮ່າກົງເລີ້ຍ, ຜູ້ນຳທ່ຽວ ດ້ວຍພາສາອິນໂດເນເຊຍ ໃຫ້ຮູ້ວ່າ:
        ຂ້າພະເຈົ້າເຫັນວ່າ ນັກທ່ອງທ່ຽວ ອິນໂດເນເຊຍ ເບິ່ງລວມແລ້ວແມ່ນຜູ້ໃກ້ຊິດສະຫນິດສະຫນົມ. ເມື່ອໄປຢ້ຽມຢາມ ເຂົາເຈົ້າຢາກຖ່າຍຮູບ ແລະ ຊື້ເຄື່ອງຂອງຫລາຍກວ່າ. ເຂົາເຈົ້າຢາກຊື້ບັນດາເຄືີ່ອງສິລະປະຫັດຖະກຳ ຢູ່ ຫວຽດນາມຄື: ພາບສີຂັດມັນ ຫລື ພາບຖັກແສ່ວ. ພິເສດ ແມ່ນບັນດາຜະລິດຕະພັນພິເສດຂອງທ້ອງຖິ່ນ.
        ສົນໃຈເຖິງຕະຫລາດ ອິນໂດເນເຊຍ ນັ້ນແມ່ນຕ້ອງເອົາໃຈໃສ່ເຖິງນັກທ່ອງທ່ຽວຊາວມຸດສະລີມ. ສະນັ້ນ ບັນດາການບໍລິການເພື່ອຮັບໃຊ້ນັກທ່ອງທ່ຽວນີ້ກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ເປັນຕົ້ນແມ່ນການບໍລິການກິນດື່ມ. ຊາວມຸດສະລີມ ບໍ່ກີນຊີ້ນໝູ ແລະ ບັນດາເຍື່ອງອາຫານກ່ຽວຂ້ອງເຖິງໝູ. ມີບາງຄະນະນັກທ່ອງທ່ຽວ ຍັງສະເຫນີ ຮ້ານອາຫານວ່າ ຕ້ອງແຈ້ງໃຫ້ຊາບຫນັງສືຢັ້ງຢືນ ແມ່ນຮ້ານອາຫານ Halal. ອ້າຍ ຫວູວັນຄຽມ, ຜູ້ອຳນວຍການບໍລິສັດທ່ອງທ່ຽວ Indochina Travelland ໃຫ້ຮູ້ວ່າ:
        ສຳລັບນັກທ່ອງທ່ຽວ ອິນໂດເນເຊຍ ເມື່ອມາຢ້ຽມຢາມຫວຽດນາມ, ເຂົາເຈົ້າສ່ວນຫລາຍແມ່ນຊາວມຸດສະລິມ ແຕ່ພວກເຮົາລ້ວນແຕ່ມີບັນດາລະບົບຮ້ານອາຫານ Halal ຄື ບັນດາຮ້ານອາຫານ ອິນເດຍ, ຮ້ານອາຫານ ມາເລເຊຍ, ສາມາດຕອບສະຫນອງຄວາມຕ້ອງການຂອງນັກທ່ອງທ່ຽວ ອິນໂດເນເຊຍໄດ້ ໃນກໍລະນີ ເຂົາເຈົ້າສະເຫນີ ອາຫານເຄື່ອງດື່ມໃຫ້ຊາວມຸດສະລິມ. ພິເສດ ຫວຽດນາມ ມີທະເລຫລາຍແຫ່ງ ສະນັ້ນ ກໍ່ມີຮ້ານອາຫານຂາຍອາຫານປຸງແຕ່ງດ້ວຍສິນທະເລຫລາຍແຫ່ງ ເພື່ອເປັນການເລືອກເຟັ້ນຂອງນັກທ່ອງທ່ຽວ ຊາວມຸດສະລິມ.
        ເຖິງວ່າ ຄວາມສາມາດບົ່ມຊ້ອນພັດທະນານັກທ່ອງທ່ຽວມາຈາກ ອິນໂດເນເຊຍ ແມ່ນໃຫຍ່ຫລວງ, ແຕ່ຍັງມີຄວາມຫຍຸ້ງຍາກຈຳນວນຫນຶ່ງຄື: ຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວລະຫວ່າງສອງປະເທດ ຍັງຈຳກັດຢູ່, ຜູ້ນຳທ່ຽວເວົ້າພາສາ ອິນໂດເນເຊຍ ຍັງຂາດແຄນ ແລະ ພິເສດ ສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຍັງຫນ້ອຍຢູ່. ປະຈຸບັນ ມີພຽງບໍລິສັດການບິນ VietNam Airlines ເທົ່ານັ້ນ ມີສາຍການບິນໂດຍກົງຈາກ ນະຄອນໂຮ່ຈິມີນ ໄປຈາກາຕາ ປະເທດ ອິນໂດເນເຊຍ ດ້ວຍອາທິດລະຖ້ຽວ. ອ້າຍ ຫວູວັນຄຽມ ໃຫ້ຮູ້ວ່າ:
        ປະຈຸບັນ ບັນດາສາຍການບິນໂດຍກົງ ຫວຽດນາ - ອິນໂດເນເຊຍ ແລະ ກົງກັນຂ້າມຍັງຈຳກັດຢູ່. ມີບາງສາຍການບິນເຊື່ອມຕໍ່ ແຕ່ຍັງບໍ່ທັນເໝາະສົມກັບເວລາ ສະນັ້ນ ນັກທ່ອງທ່ຽວ ຕ້ອງມີເວລາຕື່ມອີກເພື່ອ transit  ຢູ່ ສິງກະໂປ ຫລື ມາເລເຊຍ. ຂ້າພະເຈົ້າ ຫວັງວ່າ ຈະມີສາຍການບິນໂດຍກົງຈາກ ຮ່າໂນ້ຍ ແລະ ຈາກນະຄອນ ໂຮ່ຈິມີນ ເຖິງ ຈາກາຕາ ຫລາຍກວ່າອີກ ແລະ ບາງນະຄອນຕົ້ນຕໍຂອງ ອິນໂດເນເຊຍ ຄື: ບາລີ ຫລື ບານດູງ.
         ປີ 2015 ມີນັກທ່ອງທ່ຽວອິນໂດເນເຊຍ ປະມານ 62.000 ເທື່ອຄົນມາຢ້ຽມຢາມຫວຽດນາມ, ຮອດປີ 2016 ແມ່ນບັນລຸປະມານ 70.000 ເທື່ອຄົນ. ຕາມທ່ານ ຮ່າວັນຊຽວ, ຮອງຫົວຫນ້າກົມໃຫຍ່ທ່ອງທ່ຽວຫວຽດນາມແລ້ວ, ໃນປີ 2017 ຖ້າຫາກພື້ນຖານໂຄງລ່າງດ້ານຄົມມະນາຄົມ ສະດວກກວ່າ ຂະແຫນງທ່ອງທ່ຽວ ຫວຽດນາມຈະບັນລຸຄາດໝາຍຕ້ອນຮັບນັກທ່ອງທ່ຽວ ອິນໂດເນເຊຍ 100.000 ເທື່ອຄົນ.
 
 (ແຫຼ່ງຄັດຈາກ VOV)

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ

Top