• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນເດຍ ແລະ ລັດເຊຍ ເພີ່ມທະວີການຮ່ວມມືຍຸດທະສາດ

ອິນເດຍ ແລະ ລັດເຊຍ ໄດ້ຢືນຢັນຄືນເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນລະດັບ 100 ຕື້ USD ໃນປີ 2030 ຕາມທິດສ້າງຄວາມດຸ່ນດ່ຽງ ແລະ ຍືນຍົງ.
ທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ (ພາບ: REUTERS/Adnan Abidi)

ວັນທີ 05 ທັນວາ, ທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໄດ້ລົງນາມໃນຖະແຫຼງການຮ່ວມ ພາຍຫຼັງກອງປະຊຸມສຸດຍອດ ອິນເດຍ - ລັດເຊຍ ຄັ້ງທີ 23 ທີ່ຈັດຂຶ້ນຢູ່ນະຄອນຫຼວງ ນິວເດລີ, ອິນເດຍ. ຖະແຫຼງການຮ່ວມໄດ້ເນັ້ນໜັກເຖິງການເພີ່ມທະວີການຮ່ວມມືຍຸດທະສາດໃນຫຼາຍຂົງເຂດຫຼັກແຫຼ່ງ.

ກ່ຽວກັບດ້ານເສດຖະກິດ - ການຄ້າ, ອິນເດຍ ແລະ ລັດເຊຍ ໄດ້ຢືນຢັນຄືນເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນລະດັບ 100 ຕື້ USD ໃນປີ 2030 ຕາມທິດສ້າງຄວາມດຸ່ນດ່ຽງ ແລະ ຍືນຍົງ. ໃນຂົງເຂດປ້ອງກັນຊາດ, 2 ຝ່າຍໄດ້ເນັ້ນໜັກເຖິງການກຳນົດທິດຫັນໄປສູ່ເລື່ອງພ້ອມກັນຄົ້ນຄວ້າ, ພັດທະນາ ແລະ ຜະລິດບັນດາລະບົບປ້ອງກັນຊາດຢູ່ ອິນເດຍ ສອດຄ່ອງກັບຂໍ້ລິເລິ່ມ “ຜະລິດຢູ່ ອິນເດຍ”, ມຸ່ງໄປເຖິງການສົ່ງອອກໄປສູ່ປະເທດທີ 3.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top