• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິດສະຣາແອນ ປະຕິເສດແຜນການປົດອາວຸດ ຮາມາດ ຢູ່ເຂດ ກາຊາ

ວັນທີ 9 ສິງຫາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອນ ໄດ້ປະກາດວ່າ: ອິດສະຣາແອນ ປະຕິເສດແຜນການ 15 ຂໍ້ກ່ຽວກັບການປົດອາວຸດ ຮາມາດ ຢູ່ເຂດ ກາຊາ ໂດຍ ອາເມລິກາ ຢູ່ເບື້ອງຫຼັງ.
  ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອນ (ພາບ:ສຳນັກຂ່າວສານຊິນຮວາ/VNA)  

ຕາມທ່ານ Netanyahu ແລ້ວ, ອິດສະຣາແອນ ພວມປຶກສາຫາລືບັນດາ ຄວາມບໍ່ລົງລອຍກັນກັບຝ່າຍ ອາເມລິກາ. ບາງຂໍ້ສະເໜີ ອິດສະຣາແອນ ອາດຈະຍອມຮັບໄດ້, ໃນຂະນະທີ່ບັນດາເນື້​ອໃນອື່ນໆບໍ່ເໝາະສົມກັບຫຼັກໝັ້ນຂອງປະເທດນີ້.

ທ່ານນາຍົກລັດຖະມົນຕີ ອິດສະຣາແອນ ຢັ້ງຢືນ ກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ຈະບໍ່ປະຕິບັດການເຄື່ອນໄຫວຖອນທະຫານໃດໆອອກຈາກເຂດ ກາຊາ ຈົນກວ່າຈະຮອດເວລາທີ່ ຮາມາດ ປົດອາວຸດ. ທ່ານເນັ້ນໜັກຄຳຮຽກຮ້ອງນີ້ລວມມີອາວຸດທັງໝົດຂອງ ຮາມາດ, ນັບແຕ່ອາວຸດປະເພດໜັກ ຕະຫຼອດຮອດອາວຸດອື່ນໆອີກ, ພ້ອມທັງຕ້ອງມີວິວັດການປົດອາວຸດທີ່ “ແທ້ຈິງ”.

(ແຫຼ່ງຄັດຈາກ VOV)

USTDA ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມກັບ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ທີ່​ມີ​ຄຸນ​ນະ​ພາບ​ສູງ

USTDA ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມກັບ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ທີ່​ມີ​ຄຸນ​ນະ​ພາບ​ສູງ

​ທ່ານ Thomas R. Hardy ຢັ້ງ​ຢືນ​ວ່າ USTDA ຖື ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ, ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ເດີນ​ທາງພ້ອມ​ກັບ ຫວຽດ​ນາມ ໃນ​ການ​ກະ​ກຽມ, ພັດ​ທະ​ນາ​ບັນ​ດາ​ໂຄງ​ການທີ່​ມີ​ຄຸນ​ນະ​ພາບ​ສູງ.

Top