ວັນທີ 9 ສິງຫາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອນ ໄດ້ປະກາດວ່າ: ອິດສະຣາແອນ ປະຕິເສດແຜນການ 15 ຂໍ້ກ່ຽວກັບການປົດອາວຸດ ຮາມາດ ຢູ່ເຂດ ກາຊາ ໂດຍ ອາເມລິກາ ຢູ່ເບື້ອງຫຼັງ.
ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອນ (ພາບ:ສຳນັກຂ່າວສານຊິນຮວາ/VNA)
ຕາມທ່ານ Netanyahu ແລ້ວ, ອິດສະຣາແອນ ພວມປຶກສາຫາລືບັນດາ ຄວາມບໍ່ລົງລອຍກັນກັບຝ່າຍ ອາເມລິກາ. ບາງຂໍ້ສະເໜີ ອິດສະຣາແອນ ອາດຈະຍອມຮັບໄດ້, ໃນຂະນະທີ່ບັນດາເນື້ອໃນອື່ນໆບໍ່ເໝາະສົມກັບຫຼັກໝັ້ນຂອງປະເທດນີ້.
ທ່ານນາຍົກລັດຖະມົນຕີ ອິດສະຣາແອນ ຢັ້ງຢືນ ກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ຈະບໍ່ປະຕິບັດການເຄື່ອນໄຫວຖອນທະຫານໃດໆອອກຈາກເຂດ ກາຊາ ຈົນກວ່າຈະຮອດເວລາທີ່ ຮາມາດ ປົດອາວຸດ. ທ່ານເນັ້ນໜັກຄຳຮຽກຮ້ອງນີ້ລວມມີອາວຸດທັງໝົດຂອງ ຮາມາດ, ນັບແຕ່ອາວຸດປະເພດໜັກ ຕະຫຼອດຮອດອາວຸດອື່ນໆອີກ, ພ້ອມທັງຕ້ອງມີວິວັດການປົດອາວຸດທີ່ “ແທ້ຈິງ”.