• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ​ຈັດ​ສົ່ງ​ນັກຮົບກອງ​ກຳ​ລັງພິ​ທັກແຫ່ງ​ຊາດກວ່າ 1000 ຄົນ ໄປ​ຍັງ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ

ກອງ​ພົນ​ນ້ອຍ​ໄດ້​ສົມທົບ​ລະ​ຫວ່າງ​ກຳ​ລັງ​ສູ້​ຮົບ​ທາງ​ບົກ​ແບບ​ເກົ່າ​ກັບ​ລະ​ບົບ​ເຮືອ​ບິ​ນ​ບໍ່​ມີ​ຄົນ​ຂັບ (UAS), ການ​ສູ້​ຮົບ​ເອ​ເລັກ​ໂຕ​ນິກ (EW), ພາ​ຫະ​ນະ​ຕ້ານ​ວັດ​ຖຸ​ບິນ​ບໍ່​ມີ​ຄົນ​ຂັບ ແລະ ບັນ​ດາ​ລະ​ບົບ​ບັນ​ຊາ​ການ, ຄວບ​ຄຸ​ມ​ທີ່​ທັນ​ສະ​ໄໝ.
  ນັກຮົບກອງ​ກຳ​ລັງພິ​ທັກແຫ່ງ​ຊາດ ອ​າ​ເມ​ລິ​ກາ (ພາບ: VNA)  

ກອງ​ທັບ​ອາ​ເມ​ລິ​ກາ ພວມ​ຈັດ​ສົ່ງ​ນັກ​ຮົບ​ກອງ​ກຳ​ລັງ​ພິ​ທັກ​ແຫ່ງ​ຊາດຂຶ້ນ​ກັບ ກອງ​ພົນ​ນ້ອຍການ​ສູ້​ຮົບ​ເຄື່ອນ​​ທີ່ (MBCT) ຫາ​ກໍ່​ໄດ້​ສ້າງ​ຕັ້ງ​ຂຶ້ນໄປ​ຍັງ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ເພື່ອ​ໜູນ​ຊ່ວ​ຍ​ບັ້ນ​ຮົບ Inherent Resolve. ການ​ກະ​ທຳ​ນີ້​ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ​ກົມ​ກອງ​ພິ​ທັກ​ແຫ່ງ​ຊາດ ອາ​ເມ​ລິ​ກາ ໄດ້​​ຜັນ​ຂະ​ຫຍາຍ​ການສູ້​ຮົບ​ຕາມ​ຮູບ​ແບບກອງ​ພົນ​ນ້ອຍ​ໃໝ່. ກຳ​ລັງ​ທີ່ໄດ້​ຈັດ​ສົ່ງໄປ​ນີ້​ແມ່ນ​ຂຶ້ນ​ກັບ ກອງ​ພົນ​ນ້ອຍ 116, ໂດຍ​ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ບັນ​ດາ​ກົມ​ກອງ​ພິ​ທັກແຫ່ງ​ຊາດ ຂອງ​ສອງ​ລັດ Virginia ແລະ Kentucky. ກອງ​ພົນ​ນ້ອຍ​ໄດ້​ສົມທົບ​ລະ​ຫວ່າງ​ກຳ​ລັງ​ສູ້​ຮົບ​ທາງ​ບົກ​ແບບ​ເກົ່າ​ກັບ​ລະ​ບົບ​ເຮືອ​ບິ​ນ​ບໍ່​ມີ​ຄົນ​ຂັບ (UAS), ການ​ສູ້​ຮົບ​ເອ​ເລັກ​ໂຕ​ນິກ (EW), ພາ​ຫະ​ນະ​ຕ້ານ​ວັດ​ຖຸ​ບິນ​ບໍ່​ມີ​ຄົນ​ຂັບ ແລະ ບັນ​ດາ​ລະ​ບົບ​ບັນ​ຊາ​ການ, ຄວບ​ຄຸ​ມ​ທີ່​ທັນ​ສະ​ໄໝ.

(ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top