• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດກັບ ຍີ່​ປຸ່ນ ແລະ ສ​.ເກົາຫຼີ

ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາການນຳ ປຶກສາຫາລືກ່ຽວກັບການເປີດກວ້າງການພົວພັນຮ່ວມມືສາມຝ່າຍຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ກວ້າງກວ່າອີກ, ໃນນັ້ນ ມີການເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດເກາະ ປາຊີຟິກ.
ທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol (ພາບ: TTXVN)

ທຳນຽບຂາວແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ຢູ່ຄ້າຍ David, ໃກ້ກັບນະຄອນຫຼວງ ວໍຊິງຕັນ, ໃນວັນທີ 18 ສິງຫາ ຈະມາເຖິງ.

ໃນຖະແຫຼງການຂອງວັນທີ 28 ກໍລະກົດ, ທ່ານ Karine Jean – Pierre ເລຂານຸການສື່ມວນຊົນຂອງທຳນຽບຂາວ ໃຫ້ຮູ້ວ່າ ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາການນຳ ປຶກສາຫາລືກ່ຽວກັບການເປີດກວ້າງການພົວພັນຮ່ວມມືສາມຝ່າຍຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ກວ້າງກວ່າອີກ, ໃນນັ້ນ ມີການເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດເກາະ ປາຊີຟິກ. ຢູ່ກອງປະຊຸມ, ບັນດາປະເທດ ຈະຍົກອອກວິໄສທັດລວມ ເພື່ອແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງທົ່ວໂລກ ແລະ ພາກພື້ນ, ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງຕາມລະບຽບກົດໝາຍ ແລະ ຄວາມວັດທະນາຖາວອນຂອງເສດຖະກິດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top