• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ.
ຜູ້ໂດຍສານຢູ່ສະໜາມບິນສາກົນ Miami, ລັດ Florida ຢູ່ ອາເມລິກາ (ພາບ: REUTERS)
ວັນທີ 14 ມັງກອນ, ສື່ມວນຊົນ ອາເມລິກາ ໄດ້ລົງຂ່າວນັບແຕ່ວັນທີ 21 ມັງກອນ, ອຳນາດການປົກຄອງ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະຢຸດຕິທຸກການອອກວິຊາ ໃຫ້ແກ່ຊາວຕ່າງປະເທດທີ່ມາຈາກ 75 ປະເທດ. ຕາມບົດບັນທຶກຊ່ວຍຈຳ ຈາກກະຊວງການຕ່າງປະເທດ ອາເມລິກາແລ້ວ, ການອອກວິຊາຈະຢຸດຊົ່ວຄາວໃນຂະນະທີ່ກະຊວງການຕ່າງປະເທດ ອາເມລິກາ ຕີລາຄາຄືນໃໝ່ທຸກວິວັດການສະເໜີພິຈາລະນາອະນຸມັດ ເພື່ອສະກັດກັ້ນການເຂົ້າໄປຕັ້ງຖິ່ນຖານຂອງຊາວຕ່າງປະເທດທີ່ຈະໄດ້ຮັບຜົນປະໂຫຍດຈາກການໜູນຊ່ວຍ”. ໄລຍະເວລາສຳລັບການກະທຳນີ້ຍັງບໍ່ໄດ້ຍົກອອກມາຢ່າງຈະແຈ້ງ. ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ. ບັນດາຜູ້ຕາງໜ້າຂອງກະຊວງການຕ່າງປະເທດ ອາເມລິກາ ຍັງບໍ່ທັນຍົກອອກຄຳເຫັນກ່ຽວກັບຂໍ້ມູນດັ່ງກ່າວ.

​(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ເລີ່ມ​ໄລ​ຍະ​ທີ​ສອງ ແຜນ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ເຂດ​ກາ​ຊາ

ອາ​ເມ​ລິ​ກາ ເລີ່ມ​ໄລ​ຍະ​ທີ​ສອງ ແຜນ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ເຂດ​ກາ​ຊາ

ວັນທີ 14 ມັງກອນ, ລັດຖະບານ ອາເມລິກາ ປະກາດຈະເລີ່ມໄລຍະທີສອງຂອງແຜນການຢຸດຕິການປະທະກັນຢູ່ເຂດກາຊາ.

Top