• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ພິ​ຈາ​ລະ​ນາ​ຄວາມ​ອາດ​ສາ​ມາດ​ຈັດ​ວາງ​ພາ​ສີ​ສຳ​ລັບ ທອງ​ແດງ ນຳ​ເຂົ້າ

ທ່ານປະທານາທິບໍດີ ອາເມລິກາ Donald Trump ລົງນາມໃນຄຳສັ່ງຮຽກຮ້ອງໃຫ້ພິຈາລະນາຄວາມສາມາດຈັດວາງພາສີສຳລັບສິນຄ້າທອງແດງນຳເຂົ້າ.
ທ່ານປະທານາທິບໍດີ Donald Trump ກ່າວຄຳເຫັນໃນການຖະແຫຼງຂ່າວ (ພາບ: THX/TTXVN)

ວັນທີ 25 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ລົງນາມໃນຄຳສັ່ງຮຽກຮ້ອງໃຫ້ພິຈາລະນາຄວາມສາມາດຈັດວາງພາສີສຳລັບສິນຄ້າທອງແດງນຳເຂົ້າໃນສະພາບການ ທ່ານຊອກຫາວິທີສ້າງຂະແໜງອຸດສາຫະກຳ ອາເມລິກາ ຄືນໃໝ່ສຳລັບໂລຫະປະເພດນີ້, ເຊິ່ງເຄີຍນຳໃຊ້ຢ່າງກວ້າງຂວາງໃນການຜະລິດລົດຍົນ, ຍານພາຫະນະ, ກ່ຳປັ່ນ ແລະ ອຸປະກອນການທະຫານປະເພດອື່ນໆ.

ຕາມຄຳສັ່ງດັ່ງກ່າວແລ້ວ, ທ່ານປະທານາທິບໍດີ Trump ໄດ້ຊີ້ນຳທ່ານລັດຖະມົນຕີກະຊວງການຄ້າ Howard Lutnick ສືບສວນເລື່ອງຈັດວາງອັດຕາພາສີໃໝ່ ຕາມມາດຕາ 232 ຂອງກົດໝາຍວ່າດ້ວຍການເປີດກວ້າງການຄ້າປີ 1962, ອະນຸຍາດໃຫ້ທ່ານປະທານາທິບໍດີຈັດວາງບັນດາຂໍ້ຈຳກັດນຳເຂົ້າ ຖ້າຫາກວ່າ ສິນຄ້ານຳເຂົ້າຊະນິດໜຶ່ງນາບຂູ່ເຖິງຄວາມຊຸດໂຊມດ້ານຄວາມວະຫງົບແຫ່ງຊາດຂອງ ອາເມລິກາ. ການກະທຳດັ່ງກ່າວໄດ້ດຳເນີນເມື່ອທ່ານ Trump ພວມນຳໃຊ້ພາສີເພື່ອຊຸກຍູ້ຂົງເຂດຜະລິດຂອງ ອາເມລິກາ, ຫຼຸດຜ່ອນການຂາດດຸ່ນການຄ້າຂອງ ອາເມລິກາ ແລະ ບັນລຸໄດ້ບັນດາເປົ້າໝາຍນະໂຍບາຍອື່ນ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ຫວຽດ​ນາມ - ອາ​ເມ​ລິ​ກາ

ຊຸກ​ຍູ້​ການ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ຫວຽດ​ນາມ - ອາ​ເມ​ລິ​ກາ

ບັນດາວາລະປຶກສາຫາລືສຸມໃສ່ຫຼາຍຫົວຂໍ້ສຳຄັນຄື: ການຮ່ວມມືໃນຂະແໜງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, Bigdata, Clouthing Computer, ຄວາມປອດໄພທາງໄຊເບີ.

Top