ທ່ານປະທານາທິບໍດີ Donald Trump ກ່າວຄຳເຫັນໃນການຖະແຫຼງຂ່າວ (ພາບ: THX/TTXVN)
ວັນທີ 25 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ລົງນາມໃນຄຳສັ່ງຮຽກຮ້ອງໃຫ້ພິຈາລະນາຄວາມສາມາດຈັດວາງພາສີສຳລັບສິນຄ້າທອງແດງນຳເຂົ້າໃນສະພາບການ ທ່ານຊອກຫາວິທີສ້າງຂະແໜງອຸດສາຫະກຳ ອາເມລິກາ ຄືນໃໝ່ສຳລັບໂລຫະປະເພດນີ້, ເຊິ່ງເຄີຍນຳໃຊ້ຢ່າງກວ້າງຂວາງໃນການຜະລິດລົດຍົນ, ຍານພາຫະນະ, ກ່ຳປັ່ນ ແລະ ອຸປະກອນການທະຫານປະເພດອື່ນໆ.
ຕາມຄຳສັ່ງດັ່ງກ່າວແລ້ວ, ທ່ານປະທານາທິບໍດີ Trump ໄດ້ຊີ້ນຳທ່ານລັດຖະມົນຕີກະຊວງການຄ້າ Howard Lutnick ສືບສວນເລື່ອງຈັດວາງອັດຕາພາສີໃໝ່ ຕາມມາດຕາ 232 ຂອງກົດໝາຍວ່າດ້ວຍການເປີດກວ້າງການຄ້າປີ 1962, ອະນຸຍາດໃຫ້ທ່ານປະທານາທິບໍດີຈັດວາງບັນດາຂໍ້ຈຳກັດນຳເຂົ້າ ຖ້າຫາກວ່າ ສິນຄ້ານຳເຂົ້າຊະນິດໜຶ່ງນາບຂູ່ເຖິງຄວາມຊຸດໂຊມດ້ານຄວາມວະຫງົບແຫ່ງຊາດຂອງ ອາເມລິກາ. ການກະທຳດັ່ງກ່າວໄດ້ດຳເນີນເມື່ອທ່ານ Trump ພວມນຳໃຊ້ພາສີເພື່ອຊຸກຍູ້ຂົງເຂດຜະລິດຂອງ ອາເມລິກາ, ຫຼຸດຜ່ອນການຂາດດຸ່ນການຄ້າຂອງ ອາເມລິກາ ແລະ ບັນລຸໄດ້ບັນດາເປົ້າໝາຍນະໂຍບາຍອື່ນ.