ຂ່າວສານ
ອາເມລິກາ ນຳໜ້າໃນຕະຫຼາດນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ
ຜ່ານ 6 ເດືອນຕົ້ນປີ, ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຮັບຮູ້ການເຕີບໂຕຢ່າງຕັ້ງໜ້າຂອງຫຼາຍປະເພດສິນຄ້າຜະລິດຕະພັນກະເສດເຄື່ອງປ່າຂອງດົງ, ສິນໃນນ້ຳຫຼັກແຫຼ່ງ. ກ່ຽວກັບໂຄງປະກອບການຕະຫຼາດ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຄາດວ່າມູນຄ່າການສົ່ງອອກຜະລິດຕະພັນກະເສດເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ໄປຍັງ ອາເມລິກາ ໃນ 6 ເດືອນຕົ້ນປີໄດ້ເພີ່ມຂຶ້ນ 16%; ຈີນຫຼຸດລົງ 0,7%; ຍີ່ປຸ່ນ ເພີ່ມຂຶ້ນ 25,5%. ທ່ານ ເຈິ່ນຢາລອງ, ຮອງຫົວໜ້າກົມແຜນການ ແລະ ການເງິນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ຖືວ່າ:
“ໃນເດືອນກໍລະກົດ ແລະ 6 ເດືອນທ້າຍປີ, ຂະແໜງຈະປະຕິບັດມະຕິ, ບົດສະຫຼຸບຂອງສູນກາງ ກໍຄືບັນດາຍຸດທະສາດ, ໂຄງການ, ແຜນຮ່າງ, ແຜນຜັງ, ແຜນການພັດທະນາຂອງບັນດາຂົງເຂດໃນຂະແໜງຢ່າງຄົບຊຸດ ແລະ ມີປະສິດທິຜົນ. ພິເສດ, ປະຕິບັດແຜນການຂອງກະຊວງກ່ຽວກັບການປະຕິບັດເປົ້າໝາຍເຕີບໂຕທົ່ວຂະແໜງ ແລະ ວົງເງິນການຄ້າສົ່ງອອກ 65 ຕື້ USD ຂອງທັງປີ.”