• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ດັບ​ສູນ​ສະ​ມາ​ຊິກ​ຂັ້ນ​ສູງ​ຂອງ​ກຸ່ມ​ໜຶ່ງ​ສັງ​ກັດ​ອົງ​ການ Al – Qaeda ຢູ່ ຊີ​ຣີ

ກຳລັງຂອງກອງບັນຊາການສູນກາງ ອາເມລິກາ ໄດ້ “ດຳເນີນການບຸກໂຈມຕີທາງອາກາດຢູ່ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ, ເຮັດໃຫ້ Wasim Tahsin Bayraqdar, ໜຶ່ງໃນບັນດາການນຳຂັ້ນສູງຂອງອົງການກໍ່ການຮ້າຍ Hurras al – Din ເສຍຊີວິດ”.
ນາຍທະຫານ ອາເມລິກາ ລາດຕະເວນຢູ່ແຂວງ al-Hasakeh, ຊີຣີ (ພາບ: AFP/TTXVN)

ວັນທີ 22 ກຸ່ມພາ, ກອງທັບ ອາເມລິກາ ຢັ້ງຢືນໄດ້ດັບສູນສະມາຊິກຂັ້ນສູງຄົນໜຶ່ງຂອງກຸ່ມ Hurras al – Din  ສັງກັດອົງການ Al – Qaeda ຢູ່ ຊີຣີ, ກຸ່ມດັ່ງກ່າວໄດ້ຖະແຫຼງຍຸບເລີກໃນເດືອນກ່ອນ, ໃນການບຸກໂຈມຕີທາງອາກາດຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້.

ຖະແຫຼງການຂອງກອງທັບ ອາເມລິກາ ໄດ້ຊີ້ແຈ້ງວ່າ ກຳລັງຂອງກອງບັນຊາການສູນກາງ ອາເມລິກາ ໄດ້ “ດຳເນີນການບຸກໂຈມຕີທາງອາກາດຢູ່ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ, ເຮັດໃຫ້ Wasim Tahsin Bayraqdar, ໜຶ່ງໃນບັນດາການນຳຂັ້ນສູງຂອງອົງການກໍ່ການຮ້າຍ Hurras al – Din ເສຍຊີວິດ”. ອົງການຕິດຕາມສິດທິມະນຸດ ຊີຣີ ທີ່ມີສຳນັກງານຕັ້ງຢູ່ ອັງກິດ ໃຫ້ຮູ້ວ່າ ການບຸກໂຈມຕີໄດ້ປະຕິບັດດ້ວຍເຮືອບິນບໍ່ມີຄົນຂັບ ແນໃສ່ລົດໂອໂຕຄັນໜຶ່ງ ເຮັດໃຫ້ Bayraqdar ເສຍຊີວິດ. ນີ້ແມ່ນບັ້ນບຸກໂຈມຕີຫຼ້າສຸດຂອງ ອາເມລິກາໃນປີ ເພື່ອແນໃສ່ກຸ່ມດັ່ງກ່າວຢູ່ ຊີຣີ.

(ແຫຼ່ງຄັດຈາກ VOV)

ຫໍ​ພິ​ພິ​ທະພັນຮ່ອງ​ຮອຍ​ສະ​ຖານ​ສົງ​ຄາມ​ເປີດ​ຕົວ ເຂດ​ຄົ້ນ​ຫາ​ປະ​ຫວັດ​ສາດ ຍາມ​ຄ່ຳ​ຄືນ

ຫໍ​ພິ​ພິ​ທະພັນຮ່ອງ​ຮອຍ​ສະ​ຖານ​ສົງ​ຄາມ​ເປີດ​ຕົວ ເຂດ​ຄົ້ນ​ຫາ​ປະ​ຫວັດ​ສາດ ຍາມ​ຄ່ຳ​ຄືນ

ໂດຍ​ປະ​ສົມ​ປະ​ສານ​ ​ເອ​ກະ​ສານ, ວັດ​ຖຸ​ພັນ​ກັບ​ການວາງ​ສະ​ແດງ​ ແລະ ເຕັກ​ໂນ​ໂລ​ຢີສາຍ​ຮູບ​ເງົາ 3D mapping, ລາຍ​ການ​​ໄດ້​ສ້າງໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ, ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ, ຊອກ​ຮູ້​ປະ​ຫວັດ​ສາດ​ການ​ຕໍ່​ສູ້​ປົດ​ປັກ​ຮັກ​ສາ​ປະ​ເທດ​ ຫວຽດ​ນາມ ແລະ ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບຕື່ມ​ອີກ.

Top