ໃນແຈ້ງການຢ່າງເປັນທາງການ, ອົງການພາສີ ແລະ ປ້ອງກັນຊາຍແດນຊີ້ແຈ້ງວ່າ ນອກຈາກບັນດາຜະລິດຕະພັນທີ່ໄດ້ຍົກເວັ້ນແລ້ວ, ສິນຄ້ານຳເຂົ້າຈະ “ຕ້ອງເສຍອັດຕາພາສີຕາມມູນຄ່າແມ່ນ 10%”. ແຈ້ງການດັ່ງກ່າວຢັ້ງຢືນວ່າ ລະດັບອັດຕາພາສີຕົວຈິງໄດ້ຈັດວາງແມ່ນ 10%, ແທນທີ່ 15% ຄືດັ່ງຖະແຫຼງການຫຼັງຈາກນັ້ນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.
ໃນອາທິດກ່ອນ, ພາຍຫຼັງສານສູງສຸດ ອາເມລິກາ ປະຕິເສດເລື່ອງສ່ວນໃຫຍ່ລາຍການພາສີອາກອນອີງໃສ່ເຫດຜົນສະພາວະສຸກເສີນລະດັບຊາດ, ທ່ານປະທານາທິບໍດີ Donald Trump ຖະແຫຼງວ່າ ຈະຈັດວາງອັດຕາພາສີທົ່ວໂລກຊົ່ວຄາວແມ່ນ 10% ຕາມພື້ນຖານນິຕິກຳອື່ນ. ແຕ່ວ່າ, ຫຼັງຈາກນັ້ນພຽງໜຶ່ງວັນ, ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຈະຍົກລະດັບອັດຕາພາສີນີ້ຂຶ້ນເປັນ 15% ແລະ ເອົາລົງໃນສື່ສັງຄົມອອນລາຍ Truth Social ວ່າ ເລື່ອງເພີ່ມອັດຕາພາສີຈະມີຜົນບັງຄັບໃຊ້ “ໃນທັນທີ”.
ເຖິງຢ່າງໃດກໍຕາມ, ຕາມການຢັ້ງຢືນຈາກທຳນຽບຂາວແລ້ວ, ລະດັບອັດຕາພາສີປັດຈຸບັນຍັງຄົງແມ່ນ 10%.






