• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: REUTERS)

ຕາມແຈ້ງການທີ່ໄດ້ເອົາລົງໃນເວັບໄຊຂອງກະຊວງການເງິນ ອາເມລິກາ, ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ. ວໍຊິງຕັນ ໃຫ້ຮູ້ວ່າ ບັນດາມາດຕະການນີ້ ແນໃສ່ເຄືອຂ່າຍຂົນສົ່ງທີ່ຖືກກ່າວຫາວ່າ ໜູນຊ່ວຍ ເຕເຮຣານ ຫຼີກລ້ຽງຄຳສັ່ງລົງໂທດ, ພິເສດແມ່ນໃນການສົ່ງອອກນ້ຳມັນດິບ.

ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ເພີ່ມກຳລັງກົດດັນແບບເປີດເຜີຍກັບ ອີຣານ, ພ້ອມທັງບໍ່ເວັ້ນເສຍກໍລະນີນຳໃຊ້ກຳລັງແຮງດ້ານການທະຫານ ຖ້າສະພາບການ ອີຣານ ສືບຕໍ່ປິ່ນຂັ້ນໄດ. ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກັບມາແຕ່ເວທີປາໄສເສດຖະກິດໂລກ ຢູ່ Davos (ສະວິດ), ທ່ານ Donald Trump ຖະແຫຼງວ່າ ອາເມລິກາ ໄດ້ຈັດສົ່ງກ່ຳປັ່ນສູ້ຮົບເດີນທະເລມຸ່ງໜ້າສູ່ປະເທດ ອີຣານ ເພື່ອກຽມພ້ອມໃຫ້ແກ່ກໍລະນີຊົ່ວຮ້າຍທີ່ສຸດ.

(ແຫຼ່ງຄັດຈາກ VOV)

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ລາຍການສະແດງສິລະປະພິເສດ “ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ” ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກ (03/02/1930 - 03/02/2026) ຖືກຈັດຂຶ້ນຢ່າງສົມກຽດໃນຕອນຄ່ຳວັນທີ 23 ມັງກອນ ຢູ່ສະໜາມກິລາແຫ່ງຊາດ ໝີດິ່ງ, ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມດ້ວຍຫຼາຍການນຳພັກ, ລັດໄດ້ເຂົ້າຮ່ວມລາຍການ.

Top