• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ 2020: ຫັນ​ 3 ເປົ້າ​ໝາຍໃນ​ການ​ຮ່ວມ​ມື​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ປະ​ກົດ​ຜົ​ນ​ເປັນ​ຈິງ

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 52 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ (AEM - 52), ຕອນເຊົ້າວັນທີ 28 ສິງຫາ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືກັບບັນດາຄູ່ຮ່ວມມືນອກກຸ່ມ, ລວມມີ ຍີ່ປຸ່ນ. 

ທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ເຈິ່ນຕວ໊ນແອັງ (ພາບ: baoquocte.vn) 

ການປຶກສາຫາລືຄັ້ງທີ 26 ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ເຈິ່ນຕວ໊ນແອັງ ແລະ ທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Kajiyama Hiroshi ເປັນປະທານຮ່ວມ. ບັນດາລັດຖະມົນຕີໄດ້ຮັບຮູ້ຄວາມຄືບໜ້າຂອງການຜັນຂະຫຍາຍແຜນການເຄື່ອນໄຫວກ່ຽວກັບການຟື້ນຟູເສດຖະກິດ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ທີ່ໄດ້ຮັບການຮັບຮອງເອົາຈາກບັນດາລັດຖະມົນຕີໃນກອງປະຊຸມອອນລາຍພິເສດໃນວັນທີ 29 ກໍລະກົດ 2020 ຜ່ານມາ. ແຜນການລວມມີບັນດາການເຄື່ອນໄຫວລະອຽດ ເພື່ອແນໃສ່ຫັນ 3 ເປົ້າໝາຍຕົ້ນຕໍໃນວິວັດການຮ່ວມມືຕ້ານໂລກລະບາດໂຄວິດ - 19 ໃຫ້ປະກົດຜົນເປັນຈິງ. ລະອຽດແມ່ນ ຮັບປະກັນການພົວພັນເສດຖະກິດລະຫວ່າງ ອາຊຽນ - ຍີ່ປຸ່ນ; ຫຼຸດຜ່ອນບັນດາຜົນກະທົບຫຍໍ້ໍທໍ້ຈາກໂລກລະບາດໂຄວິດ - 19 ທີ່ມີຕໍ່ພື້ນຖານເສດຖະກິດ; ປັບປຸງຄວາມມີໄຫວພິບຂອງພື້ນຖານເສດຖະກິດໃນພາກພື້ນ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top