• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ 2020: ສ.ເກົາຫຼີ​ ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຍົກ​ສູງ​ກຳ​ລັງຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຫາ​ເຊື້ອ Covid – 19

ວັນທີ 16 ມິຖຸນາ, ຄະນະຜູ້ຕາງໜ້າ ສ.ເກົາຫຼີປະຈຳ ອາຊຽນໄດ້ສົມທົບກັບກຸ່ມ ຄຸ້ມຄອງໂຄງການຮ່ວມມືພັດທະນາ ອາຊຽນ - ສ.ເກົາຫຼີ ເລີ່ມປະຕິລັດໂຄງການຍົກສູງກຳລັງຄວາມສາມາດຂອງອາຊຽນໃນການຄົ້ນຫາເຊື້ອ Covid – 19 ໂດຍໄວ.

ສ.ເກົາຫຼີ ມອບໂຄງການທີ່ມີມູນຄ່າ 5 ລ້ານ USD ໃຫ້ແກ່ອາຊຽນ (ພາບ: ຄະນະເລຂາອາຊຽນ)

ທີ່ພິທີ, ທ່ານ Lim Jock Hoi ເລຂາທິການໃຫຍ່ ອາຊຽນເຊື່ອໝັ້ນວ່າ ໂຄງການນີ້ຈະກາຍເປັນແບບຢ່າງ ໃນການຮ່ວມມືລະຫວ່າງສອງຝ່າຍເພື່ອແນໃສ່ຮັບມືກັບບັນດາພະຍາດຕິດຕໍ່ຜ່ານການສົມທົບກັນລະຫວ່າງບັນດາກະຊວງສາທາລະນະສຸກ ແລະ ສູນຄວບຄຸມໂລກລະບາດ ຂອງອາຊຽນ ແລະ ສ.ເກົາຫຼິີ. ທ່ານກ່າວວ່າ:

        ນັບແຕ່ເມື່ອເກີດໂລກລະບາດ Covid  19, ການຮ່ວມມືໄດ້ສະແດງອອກໃຫ້ເຫັນຢ່າງແຮງ ໃນບັນດາປະເທດອາຊຽນ ກັບ ບັນດາຄູ່ຮ່ວມມືພາຍນອກ. ການຮ່ວມມືລະຫວ່າງ ອາຊຽນ - ສ.ເກົາຫຼີ ໃນການຮັບມືກັບໂລກລະບາດ Covid  19 ໄດ້ຮັກສາຢູ່ໃນລະດັບຊາດ ແລະ ພາກພື້ນໃນຂົງເຂດສາທາລະນະສຸກ ແລະ ບັນດາຂົງເຂດທີ່ກ່ຽວຂ້ອງຕ່າງໆ. ເລື່ອງມອບບັນດາວັດຖຸ ແລະ ອຸປະກອນການແພດຈະເພີ່ມທະວີກຳລັງຄວາມສາມາດໃນການກວດກາ, ບົ່ງມະຕິພະຍາດ ແລະ ຕິດຕາມເຝົ້າລະວັງຫຼາຍກ່ວາອີກໃນບັນດາປະເທດສະມາຊິກອາຊຽນ. ບັນດາຄຳໝັ້ນສັນຍາຂອງບັນດາການນຳ ອາຊຽນ ກັບ 3 ປະເທດຄູ່ຮ່ວມມື, ພິເສດແມ່ນ ສ.ເກົາຫຼີ ບໍ່ພຽງແຕ່ໄດ້ຮັບການປະຕິບັດໃນຂົງເຂດການເມືອງເທົ່ານັ້ນ ຫາກຍັງ ເປີດກ້ວາງອອກໄປສູ່ຂົງເຂດສະຫວັດດີການ ຂອງວົງຄະນະຍາດໃນພາກພື້ນອີກດ້ວຍ.

        ທ່ານເອກອັກຄະລັດຖະທູດເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ຢັ້ງຢືນວ່າ ເລື່ອງ ສ.ເກົາຫຼີໜູນຊ່ວຍດ້ານອຸປະກອນວິໃຈຫາເຊື້ອເຄາະ ແລະ ອຸປະການກັນເຊື້ອໃຫ້ແກ່ບັນດາປະເທດສະມາຊິກອາຊຽນແນ່ນອນວ່າ ຈະຊ່ວຍສະກັດກັ້ນການແຜ່ລາມຂອງເຊື້ອໄວຣັດໃນພາກພື້ນ. ທ່ານ ເຈິ່ນດຶກບິ່ງກໍ່ຢັ້ງຢືນວ່າ ດ້ວຍຖານະບົດບາດເປັນປະທານອາຊຽນ ປີ 2020, ຫວຽດນາມຈະມານະພະຍາຍາມປະຕິບັດຂໍ້ຕົກລົງຂອງບັນດາການນຳຂັ້ນສູງ ອາຊຽນ + 3 ທີ່ໄດ້ຍົກອອກມາໃນຖະແຫຼງການຮ່ວມຂອງກອງປະຊຸມ.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top