• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ 2020 : ຊຸກ​ຍູ້​ການ​ຮ່ວມ​ມື​ໃຫ້ເໝ​າ​ະ​ສົມ​ກັບ​ເປົ້າ​ໝາຍກໍ່ສ້າງອາ​ຊຽນ​ໃຫ້​ມີ​ຄວາມ​ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​​ຮັບ​ມື

ຕອນບ່າຍວັນທີ 4 ມິຖຸນາ, ການເຈລະຈາຂັ້ນສູງກ່ຽວກັບການເພີ່ມທະວີລັກສະນະຊ່ວຍເຫຼືອກັນລະຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ແລະ ໂຄງການດຳເນີນງານຂອງ ສປຊ ກ່ຽວກັບການພັດທະນາແບບຍື່ນຍົງ 2030 ຄັ້ງທີ 4 ໄດ້ຈັດຂຶ້ນທາງອອນລາຍ. 

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີ, ຫົວໜ້າ SOM ອາຊຽນ ຫວຽດນາມ

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໄດ້ເຂົ້າຮ່ວມການເຈລະຈາໃນຖານະເປັນປະທານອາຊຽນ 2020.

        ກ່າວຄຳເຫັນທີ່ການເຈລະຈາ, ທ່ານຫງວຽນກ໊ວກຢຸງເນັ້ນໜັກວ່າ : ດ້ວຍຫົວຂໍ້ອາຊຽນ 2020 ແມ່ນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ຫວຽດນາມໄດ້ເປັນເຈົ້າການ ແລະ ຊຸກຍູ້ບັນດາຄວາມມານະພະຍາຍາມລວມຂອງ ອາຊຽນໃນການຮັບມືກັບບັນດາຜົນກະທົບຈາກໂລກລະບາດ Covid – 19 ໂດຍໄວ.

        ທ່ານ ຫງວຽນກ໊ວກຢຸງ ໄດ້ສະເໜີບາງການກຳນົດທິດເພື່ອແນໃສ່ປະຕິບັດວິວັດການໜູນຊ່ວຍກັນໄລຍະ 2020 – 2025 ຢ່າງມີປະສິດທິຜົນ, ໃນນັ້ນມີເລື່ອງຖືມະນຸດເປັນໃຈກາງໃນວິວັດການວາງແຜນນະໂຍບາຍ ກໍ່ຄືການຜັນຂະຫຍາຍບັນດາໂຄງການຕ່າງໆ.

        ໃນບົດບາດເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມຈະສືບຕໍ່ຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງ ໃຫ້ເໝາະສົມກັບເປົ້າໝາຍກໍ່ສ້າງອາຊຽນໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການ ຮັບມື, ມຸ່ງໄປເຖິງການຫັນວິໄສທັດ ອາຊຽນ2025ໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top