• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ​ເຊີດ​ຊູ​ບົດ​ບາດ​ນຳ​ພາ ແລະ ຄວາມ​ຢຶດ​ໝັ້ນ​ຂອງ ຫວຽດ​ນາມ ໃນ​ການ​ເປັນ​ເຈົ້າ​ພາ​ທາງ ປະ​ຊາ​ຄົມ ອາ​ຊຽນ

ວັນທີ 15 ມັງກອນ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ຄະນະກຳມະການຜູ້ຕາງໜ້າບັນດາປະເທດປະຈຳ ອາຊຽນ (CPR) ໄດ້ໂຮມປະຊຸມວາລະທຳອິດໃນປີ  ປະທານ ອາຊຽນ 2021 ຂອງ ບຣູໄນ. ກອງປະຊຸມດັ່ງກ່າວ ຖືກດຳເນີນພາຍໃຕ້ຮູບການທາງອອນລາຍ.
ກອງປະຊຸມຖືກດຳເນີນພາຍໃຕ້ຮູບການທາງອອນລາຍ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ຊົມເຊີຍ ຫວຽດນາມ ທີ່ໄດ້ປະຕິບັດສຳເລັດບົດບາດເປັນປະທານ ອາຊຽນ ໃນປີ 2020, ພ້ອມທັງເຊີດຊູບົດບາດນຳພາ ແລະ ຄວາມຢຶດໝັ້ນຂອງ ຫວຽດນາມ ໃນການນຳພາ ອາຊຽນ ສືບຕໍ່ວິວັດທະນະທຳການໃຫ້ບັນລຸບັນດາເປົ້າໝາຍສ້າງປະຊາຄົມ ອາຊຽນ.  ທ່ານເລຂາທິການໃຫຍ່ ອາຊຽນ ກໍຖືວ່າ ຫົວຂໍ້ຂອງປີ ປະທານ ອາຊຽນ 2021 ຂອງ ບຣູໄນ Darusslam ແມ່ນ “ພວກເຮົາເອົາໃຈໃສ່, ພວກເຮົາກຽມພ້ອມ, ພວກເຮົາວັດທະນາຖາວອນ” ນັ້ນ ແມ່ນການເລືອກເຟັ້ນທີ່ເໝາະສົມ ເພື່ອໃຫ້ ປະຊາຄົມ ອາຊຽນ ຍາມໃດກໍເອົາໃຈໃສ່ເຖິງປະຊາຊົນ, ການຮ່ວມມື ແລະ ວັດທະນາຖາວອນ.  ທ່ານກໍເນັ້ນໜັກວ່າ ພ້ອມກັບການສືບຕໍ່ຊຸກຍູ້ຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ, ໜ້າທີ່ສຳຄັນທີ່ສຸດໃນປີ  ອາຊຽນ ຂອງ ບຣູໄນ Darusslam 2021 ແມ່ນປະຕິບັດການສ້າງພາກພື້ນຄືນໃໝ່ ຜ່ານການຜັນຂະຫຍາຍຂອບເຂດຟື້ນຟູ ອາຊຽນ ຢ່າງຮອບດ້ານ ກໍຄືບັນດາຂໍ້ລິເລີ່ມທີ່ການນຳ ອາຊຽນ ໄດ້ຮັບຮອງເອົາໃນປີ 2020.

(ແຫຼ່ງຄັດຈາກ VOV)


 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top