ຂ່າວສານ
ອາຊຽນ ແລະ ອາເມລິກາ ເພີ່ມທະວີຄວາມຜູກພັນ, ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນ
ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສ MUSP, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໄດ້ສະເໜີ 4 ບຸລິມະສິດຮ່ວມມື, ລວມມີ: ປັບປຸງສາຍພົວພັນສອງຝ່າຍລະຫວ່າງ ອາເມລິກາ ກັບແຕ່ລະປະເທດ ແມ່ຂອງ; ຊຸກຍູ້ການຮ່ວມສຳພັນກັນຜະລິດ, ລະບົບສະໜອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ ແລະ ຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ.
ໃນກອງປະຊຸມປຶກສາຫາລື ອາຊຽນ - ອາເມລິກາ ຄັ້ງທີ 38, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໄດ້ເນັ້ນໜັກວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອາເມລິກາ ຕ້ອງສືບຕໍ່ໄດ້ຮັບການປັບປຸງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ມຸ່ງໄປເຖິງບັນດາໝາກຜົນການຮ່ວມມືທີ່ແທ້ຈິງ. ທ່ານຮອງລັດຖະມົນຕີສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ປັນຍາປະດິດ (AI), ເສດຖະກິດດີຈີຕອນ, ພະລັງງານ, ບໍ່ແຮ່ທີ່ຈຳເປັນ, ພັດທະນາລະບົບສະໜອງແບບຍືນຍົງ, ຕ້ານອາດຊະຍາກຳຂ້າມຊາດ, ພ້ອມທັງສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ອາຊຽນ ແລະ ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.






