• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ເຊີນ​ບັນ​ດາ​ປະ​ເທດຖື​ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ ລົງ​ນາມ​ໃນ​ອະ​ນຸ​ສັນ​ຍາ​ຂອງ ສົນ​ທິ​ສັນ​ຍາ SEANWFZ

ການຊຸກຍູ້ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ບໍ່ມີອາວຸດນິວເຄຼຍ ແມ່ນບຸລິມະສິດຂອງປີປະທານ ອາຊຽນ 2023 ຂອງ ອິນໂດເນເຊຍ.
  ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ກ່າວຄຳເຫັນທີ່ການຖະແຫຼງຂ່າວ (ພາບ: Antara)  

ອາຊຽນ ຈະເລີ່ມເຈລະຈາກັບບັນດາປະເທດທີ່ຖືກຳມະສິດອາວຸດນິວເຄຼຍ ລົງນາມໃນອະນຸສັນຍາຂອງສົນທິສັນຍາ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປາສະຈາກອາວຸດນິວເຄຼຍ (SEANWFZ). ນີ້ແມ່ນແຈ້ງການຂອງທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ຍົກອອກມາໃນການຖະແຫຼງຂ່າວຈັດຂຶ້ນໃນວັນທີ 6 ເມສາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ ດ້ວຍຄຳຢັ້ງຢືນວ່າ ການຊຸກຍູ້ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ບໍ່ມີອາວຸດນິວເຄຼຍ ແມ່ນບຸລິມະສິດຂອງປີປະທານ ອາຊຽນ 2023 ຂອງ ອິນໂດເນເຊຍ.

ຕາມທ່ານລັດຖະມົນຕີການຕ່າງປະເທດ Retno Marsudi ແລ້ວ, ໃນເສົາຄ້ຳບັນດາບັນຫາ ອາຊຽນ, ບາງເນື້ອໃນຕ້ອງສືບຕໍ່ໃຫ້ຮັບບຸລິມະສິດປຶກສາຫາລື, ລວມທັງເລື່ອງບັນດາປະເທດທີ່ມີອາວຸດນິວເຄຼຍ (NWS) ລົງນາມໃນອະນຸສັນຍາຂອງ ສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປາສະຈາກອາວຸດນິວເຄຼຍ, ເຊິ່ງຖືກຢຸດໄວ້ຊົ່ວຄາວແຕ່ປີ 2012.

 ບັນດາປະເທດ ອາຊຽນ ໄດ້ລົງນາມໃນສົນທິສັນຍາ ດັ່ງກ່າວ ເມື່ອປີ 1995, ເຊິ່ງເປັນຄຳໝັ້ນສັນຍາຮັກສາໃຫ້ພາກພື້ນທີ່ບໍ່ອາວຸດນິວເຄຼຍ ແລະ ອາວຸດລ້າງຜານອື່ນໆ.

(ແຫຼ່ງຄັດຈາກ VOV)

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

Top