• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ, ອີ​ຢູ ສົນ​ທະ​ນາກ່ຽວ​ກັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19

ໃນການສົນທະນາປຶກສາຫາລືຄັ້ງທີ 2 ຂອງບັນດານັກຊ່ຽວຊານກ່ຽວກັບວັກຊິນກັນພະຍາດໂຄວິດ - 19 ທີ່ຫາກໍດຳເນີນ, ອາຊຽນ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ປຶກສາຫາລືກ່ຽວກັບການປະກົດຕົວຂອງ ໄວຣັດ SARS – CoV – 2 ສາຍພັນໃໝ່, ການຂະຫຍາຍກຳລັງຄວາມສາມາດຜະລິດວັກຊິນ, ຄວາມອາດສາມາດ ແລະ ສິ່ງທ້າທາຍທີ່ກ່ຽວຂ້ອງ.
ທ່ານ Kung Phoak ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ ປະຊາຄົມວັດທະນະທຳ - ສັງຄົມ  (ພາບ: TTXVN)

ທ່ານ Kung Phoak ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ ປະຊາຄົມວັດທະນະທຳ - ສັງຄົມ ໃຫ້ຮູ້ວ່າ ບັນດາລັດຖະມົນຕີກະຊວງສາທາລະນະສຸກ ອາຊຽນ ໄດ້ຮັບຮອງເອົາແຜນການຍຸດທະສາດ ແລະ ການເຄື່ອນໄຫວຂອງພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງ ແລະ ກຳລັງສະໜອງວັກຊິນດ້ວຍຕົນເອງ ໄລຍະ 2021 – 2025 ໃນວັນທີ 14 ພຶດສະພາ ຜ່ານມາ, ໃນນັ້ນ, ຊຸກຍູ້ການຮ່ວມມືໃນຂອບເຂດບັນດາຂໍ້ລິເລີ່ມຂອງພາກພື້ນໃຫ້ຫຼາຍກວ່າອີກ.

ທ່ານ Igor Driesmans ເອກອັກຄະລັດຖະທູດ ອີຢູ ປະຈຳ ອາຊຽນ ຢັ້ງຢືນວ່າ ອີຢູ ແລະ ບັນດາປະເທດ ສະມາຊິກ ແມ່ນນັກອຸປະຖຳແຖວໜ້າໃຫ້ແກ່ກົນໄກ COVAX, ດ້ວຍຄຳໝັ້ນສັນຍາອຸປະຖຳຈຳນວນເງິນຫຼາຍກວ່າ 2,47 ຕື້ ເອີໂຣ ໃຫ້ແກ່ຂໍ້ລິເລີ່ມຫຼາຍຝ່າຍນີ້. ອີຢູ ໄດ້ສົ່ງອອກ 50% ປະລິມານວັກຊິນຂອງຕົນ ເຊິ່ງເທົ່າກັບກວ່າ 205 ລ້ານໂດສ ໄປຍັງ 45 ປະເທດໃນທົ່ວໂລກ. ຄາດວ່າ, ອາຊຽນ ຈະໄດ້ຮັບວັກຊິນຫຼາຍກວ່າ 32 ລ້ານໂດສ ຜ່ານກົນໄກ COVAX ໃນທ້າຍປີ 2021 ນີ້.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top