ຂ່າວສານ
ອາຊຽນ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບເລື່ອງການປະທະກັນຢູ່ຕາເວັນອອກກາງເພິ່ມຂຶ້ນ
ວັນທີ 13 ມີນາ, ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ຈັດກອງປະຊຸມພິເສດທາງອອນໄລ ເພື່ອແລກປ່ຽນທັດສະນະກ່ຽວກັບສະພາບການຢູ່ຕາເວັນອອກກາງ ແລະ ແກ້ໄຂບັນດາການກະທົບຕໍ່ ອາຊຽນ.
ຖະແຫຼງການຂອງປະທານ ອາຊຽນ ກ່ຽວກັບໝາກຜົນກອງປະຊຸມພິເສດຂອງບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ໃຫ້ຮູ້ວ່າ: ບັນດາປະເທດ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບເລື່ອງການປະທະກັນຢູ່ຕາເວັນອອກກາງເພິ່ມຂຶ້ນ; ຮຽກຮ້ອງທຸກປະເທດຈົ່ງເຄົາລົບກົດໝາຍສາກົນ, ລວມທັງ ກົດບັດ ສປຊ; ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຢຸດຕິບັນດາການກະທຳປໍລະປັກໃນທັນທີ; ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຫຼີກລ້ຽງທຸກການກະທຳທີ່ອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ແກ້ໄຂຄວາມແຕກຕ່າງກັນຜ່ານທາງການທູດ ແລະ ການເຈລະຈາເພື່ອຜົນປະໂຫຍດຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.
ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມປອດໄພ ແລະ ສະວັດດີການຂອງພົນລະເມືອງ ອາຊຽນ ຢູ່ບັນດາພາກພື້ນຖືກຜົນສະທ້ອນ ແລະ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາລວມໃນການສະໜອງການໜູນຊ່ວຍສຸກເສີນໃຫ້ແກ່ພົນລະເມືອງ ອາຊຽນ.








