• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັບ ອາຊຽນ ຮັບມືກັບໂຄວິດ-19 ແລະ ຟື້ນຟູເສດຖະກິດ

ວັນທີ 22 ເມສາ (ຕາມເວລາ ອາເມລິກາ), ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ອອກຖະແຫຼງການຕໍ່ສື່ມວນຊົນ ພາຍຫລັງເຂົ້າຮ່ວມກອງປະຊຸມທາງອອນລາຍກັບລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກ ອາຊຽນ.

ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: Reuters) 

ທ່ານ Mike Pompeo ຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາວ່າ ຈະສືບຕໍ່ສົມທົບກັບ ອາຊຽນ ຮັບມືກັບໂຄວິດ-19 ແລະ ໜູນຊ່ວຍຟື້ນຟູເສດຖະກິດ ແລະ ສັງຄົມ ຍ້ອນໂລກລະບາດກໍ່ຂຶ້ນ ແລະ ຟື້ນຟູການເຕີບໂຕທົ່ວໂລກ; ສືບຕໍ່ໃຫ້ຄຳໝັ້ນສັນຍາຮັກສາການລົງທຶນໄລຍະຍາວໃນການໜູນຊ່ວຍທາງດ້ານເຕັກນິກເສດຖະກິດ ແລະ ການພັດທະນາກຳລັງຄວາມສາມາດຂອງມະນຸດ ໂດຍຜ່ານໂຄງການ USAID 2 ຝ່າຍຢູ່ບັນດາປະເທດສະມາຊິກ ອາຊຽນ ຊື່ງລວມມີ ກຳປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ຟີລິບປິນ, ໄທ ແລະ ຫວຽດນາມ.

        ທ່ານລັດຖະມົນຕີ Mike Pompeo ໃຫ້ຮູ້ວ່າ: ຕ້ອງເຮັດແຈ້ງເລື່ອງ ຈີນ ພວມສວຍໃຊ້ຊ່ວງເວລາທົ່ວໂລກພວມສຸມໃສ່ສະກັດກັ້ນໂຄວິດ-19 ເພື່ອສືບຕໍ່ມີການກະທຳເກາະຜິດຂອງຕົນ. ຈີນ ພວມເພີ່ມທະວີ ກຳລັງກົດດັນດ້ານການທະຫານ ແລະ ບັງຄັບບັນດາປະເທດບ້ານໃກ້ເຮືອນຄຽງຢູ່ທະເລຕາເວັນອອກ, ຊ້ຳບໍ່ໜຳ ຍັງຕຳເຮືອຫາປາຂອງ ຫວຽດນາມ ຖືກຈົມນ້ຳ. ອາເມລິກາ ຄັດຄ້ານການກະທຳນາບຂູ່ຂອງ ຈີນຢ່າງແຮງ ແລະ ຫວັງວ່າ ບັນດາປະເທດ ອື່ນຮຽກຮ້ອງ ຈີນ ມີຄວາມຮັບຜິດຊອບກ່ຽວກັບບັນດາການກະທຳຂອງຕົນ.

        ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຢັັ້ງຢືນວ່າ: ອາເມລິກາ ແລະ ອາຊຽນ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສ້າງອະນາຄົດ ໂດຍອີງໃສ່ຫຼັກການລວມ - ບົດບາດເປັນໃຈກາງຂອງ ອາຊຽນ, ເປີດເຜີຍ, ໂປ່ງໃສ, ອີງໃສ່ກົດລະບຽບຂໍ້ບັງຄັບ, ຄຸ້ມຄອງບໍລິຫານໃຫ້ດີ ແລະ ເຄົາລົບອະທິປະໄຕ.

 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top