• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ອິດສະຣາແອັນ ຢືນຢັນຍຸດທະສາດລວມ

ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ໃຫ້ຮູ້ວ່າ, 2 ຝ່າຍໄດ້ປຶກສາຫາລືວິໄສທັດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຕໍ່ອະນາຄົດຂອງເຂດ ກາຊາ.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu (ພາບປະກອບ: Reuters)

ວັນທີ 16 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio, ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢູ່ Tel Aviv (ອິດສະຣາແອັນ) ເພື່ອຊຸກຍູ້ແຜນການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຕໍ່ເລື່ອງ ອາເມລິກາ ຮັບປົກຄອງເຂດ ກາຊາ ແລະ ຍົກຍ້າຍປະຊາຊົນ ປາແລັດສະຕິນ ຢູ່ເຂດ ກາຊາ ຈຳນວນຫຼາຍກວ່າ 2 ລ້ານຄົນໄປຍັງບັນດາປະເທດອື່ນຢູ່ພາກພື້ນ.

ພາຍຫຼັງການພົບປະ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ໃຫ້ຮູ້ວ່າ, 2 ຝ່າຍໄດ້ປຶກສາຫາລືວິໄສທັດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຕໍ່ອະນາຄົດຂອງເຂດ ກາຊາ ແລະ ຈະສົມທົບກັນເພື່ອຮັບປະກັນວິໄສທັດນັ້ນໃຫ້ປະກົດຜົນເປັນຈິງ. ທ່ານກໍ່ເນັ້ນໜັກວ່າ, ອາເມລິກາ ແລະ ອິດສະຣາແອັນ ມີຍຸດທະສາດລວມໃຫ້ແກ່ເຂດ ກາຊາ, ລວມທັງການລົບລ້າງຂະບວນການ ຮາມາດ ຄືດັ່ງກຳລັງການເມືອງ ແລະ ການທະຫານ.

ກ່ຽວຂ້ອງເຖິງສະພາບການຢູ່ເຂດ ກາຊາ, ວັນທີ 16 ກຸມພາ, ບັນດາແຫຼ່ງຂ່າວຈາກ ອາເມລິກາ ແລະ ອິດສະຣາແອັນ ໃຫ້ຮູ້ວ່າ, ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງໄລຍະທີ 2 ອາດຈະເລີ່ມຂຶ້ນໂດຍໄວ ເມື່ອ ອິດສະຣາແອັນ ຈັດສົ່ງຜູ້ຕາງໜ້າມາ ກາຍໂຣ, ອີຢິບ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ ປີ 2026 ໄດ້​ເປີດ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່, ສ້າງ​ພື້ນ​ຖານ​ໃຫ້​ແກ່​ຮູບ​ແບບ​ບໍ​ລິ​ຫານ​ຕົວ​ເມືອງ​ທັນ​ສະ​ໄໝ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ນະ​ຄອນຫຼວງ​ໃນ​ໄລ​ຍະ​ຍາວ.

Top