• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມືກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ

ລັດຖະບານ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອງົບປະມານ 300 ລ້ານ USD ເພື່ອຟື້ນຟູສິ່ງແວດລ້ອມໃຫ້ສະໜາມບິນ ແລະ ບັນດາເຂດອ້ອມຂ້າງ ແລະ ຄາດວ່າຈະສຳເລັດໃນຮອບເວລາ 10 ປີ.
ວັນທີ 05 ທັນວາ, ອົງການພັດທະນາສາກົນ ອາເມລິກາ (USAID), ເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສູນເຄື່ອນໄຫວແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫລັງທາດພິດເຄມີ ແລະ ສິ່ງແວດລ້ອມ (NACCET) ຈັດຕັ້ງພິທີລົງມືກໍ່ສ້າງໂຄງການແກ້ໄຂມົນລະພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ ແລະ ເຊັນຂໍ້ຕົກລົງຜັນຂະຫຍາຍໂຄງການໜູນຊ່ວຍຄົນພິການທີ່ມີມູນຄ່າ 65 ລ້ານ USD.

ພິທີລົງມືກໍ່ສ້າງໂຄງການແກ້ໄຂມົນລະພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ

ກ່ອນໜ້ານັ້ນ, ເຫຼົ່າທັປ້ອງກັນອາກາດ-ກອງທັບອາກາດໄດ້ມອບເນື້ອທີ່ດິນ 37 ເຮັກຕາຢູ່ທາງທິດຕາເວັນຕົກສະໜາມບິນໃຫ້ USAID ເພື່ອເລີ່ມຕົ້ນປະຕິບັດບັນດາການເຄື່ອນໄຫວໃນຂອບເຂດຂອງໂຄງການແກ້ໄຂມົນລະພິດດີໂອຊີນເຂດສະໜາມບິນ ບຽນຮ່ວາ. ລັດຖະບານ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອງົບປະມານ 300 ລ້ານ USD ເພື່ອຟື້ນຟູສິ່ງແວດລ້ອມໃຫ້ສະໜາມບິນ ແລະ ບັນດາເຂດອ້ອມຂ້າງ ແລະ ຄາດວ່າຈະສຳເລັດໃນຮອບເວລາ 10 ປີ.

        ແລະກໍ່ໃນວັນດຽວກັນ, USAID ກໍ່ເຊັນຂໍ້ຕົກລົງກັບ NACCET ກ່ຽວກັບບ້ວງເງິນອຸປະຖຳ 65 ລ້ານ USD ແນໃສ່ປະຕິບັດບັນດາການເຄື່ອນໄຫວສະໜອງການໜູນຊ່ວຍໂດຍກົງໃຫ້ແກ່ຄົນພິການເຈັບໜັກຢູ່ 8 ແຂວງບຸລິມະສິດໃນ 5 ປີຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top