• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ລັດເຊຍ ຍັງຊັ່ງຊາຕໍ່ການເຈລະຈາກ່ຽວກັບ ຢູແກຼນ

ທ່ານ Antony Blinken ໃຫ້ຮູ້ວ່າ ເງື່ອນໄຂເພື່ອໃຫ້ ລັດເຊຍ ສະແດງຄວາມປາດຖະໜາປະຕິບັດການເຈລະຈາ ແມ່ນງ່າຍດາຍ, ເຂົາເຈົ້າຕ້ອງການຫຼຸດຄວາມເຄັ່ງຕຶງລົງພຽງເທົ່ານັ້ນ.

ວັນທີ 13 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ ການດຳເນີນເຈລະຈາຍັງຊັ່ງຊາຢູ່ ເພື່ອແນໃສ່ຢຸດຕິການໂຕ້ຖຽງກັບ ລັດເຊຍ ກ່ຽວກັບບັນຫາ ຢູແກຼນ. ກ່າວຄຳເຫັນພາຍຫຼັງການເຈລະຈາທີ່ຈັດຂຶ້ນໃນວັນທີ 12 ກຸມພາ ກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ແລະ ສ.ເກົາຫຼີ ຢູ່ Hawaii, ອາເມລິກາ, ທ່ານ Antony Blinken ໃຫ້ຮູ້ວ່າ ເງື່ອນໄຂເພື່ອໃຫ້ ລັດເຊຍ ສະແດງຄວາມປາດຖະໜາປະຕິບັດການເຈລະຈາ ແມ່ນງ່າຍດາຍ, ເຂົາເຈົ້າຕ້ອງການຫຼຸດຄວາມເຄັ່ງຕຶງລົງພຽງເທົ່ານັ້ນ.

ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin

(ພາບ: AFP/TTXVN)

ກ່ອນໜ້ານັ້ນ, ໃນການເຈລະຈາທີ່ແກ່ຍາວເປັນເວລາ 1 ຊົ່ວໂມງກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນວັນທີ 12 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຊີ້ແຈ້ງວ່າ ອາເມລິກາ ພ້ອມແລ້ວທີ່ຈະເລືອກເອົາເສັ້ນທາງການທູດໃນຂະນະທີ່ກະກຽມວິທີອື່ນ. ໃນຂະນະນັ້ນ, ທ່ານປະທານາທິບໍດີ ລັດເຊຍ Putin ກໍເຫັນດີສືບຕໍ່ເຈລະຈາ ແຕ່ເນັ້ນໜັ້ກວ່າ ລັດເຊຍ ຍັງບໍ່ທັນເຫັນໄດ້ເຖິງຄວາມຕັ້ງໜ້າຂອງບັນດາປະເທດຝ່າຍຕາເວັນຕົກໃນການກະຕຸກຊຸກຍູ້ ຢູແກຼນ ປະຕິບັດຂໍ້ຕົກລົງ Minsk ເທື່ອ.

 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ບັນດາເອກະສານ, ພາບຖ່າຍ, ວັດຖຸອຸປະກອນທີ່ເກັບຮັກສາຢ່າງລະມັດລະວັງ ໄດ້ວາດພາບຄືນວິວັດການກຳເນີດ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ ຢ່າງມີຊີວິດຊີວາ.

Top