• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ຈີນ ເລີ່ມຕົ້ນການຈັດວາງອັດຕາພາສີເພີ່ມເຕີມຄັ້ງໃໝ່ ສໍາລັບສິນຄ້າຂອງກັນ

      ການຈັດວາງອັດຕາພາສີເພີ່ມເຕີມ ຂອງ ອາເມລິກາ ແລະ ຈີນ ສໍາລັບສິນຄ້າຂອງກັນໄດ້ມີຜົນສັກສິດນັບແຕ່ເວລາ 4 ໂມງ 1 ນາທີ ຂອງວັນທີ 01 ກັນຍາ ຕາມໂມງສາກົນ, ນີ້ແມ່ນການກະທໍາເຮັດໃຫ້ສົງຄາມການຄ້າລະຫວ່່າງສອງປະເທດປິນຂັ້ນໄດ ເຖິງວ່າ ສອງຝ່າຍໄດ້ສົ່ງສັນຍານຢາກເຊື່ອມຕໍ່ການເຈລະຈາແລ້ວກໍຕາມ.
        ຕາມນັ້ນແລ້ວ, ອໍານາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເລີ່ມຈັດວາງອັດຕາພາສີ 15% ສໍາລັບບັນດາປະເພດສິນຄ້ານໍາເຂົ້າຈາກ ຈີນ ທີ່່ມີມູນຄ່າ 125 ຕື້ USD, ລວມມີ ລໍາພົງອັດສະລິຍະ, ສາຍຟັງຫູ Bluetooth ແລະ ເກີບຫຼາຍຊະນິດ.  ສ່ວນຝ່າຍ ຈີນ, ປັກກິ່ງ ໄດ້ເລີ່ມຈັດວາງອັດຕາພາສີເພີ່ມເຕີມ 5% ແລະ 10% ສໍາລັບສິນຄ້າຂອງ ອາເມລິກາ  1.717 ປະເພດ. ຈີນ ກໍຈັດວາງອັດຕາພາສີ 5% ສໍາລັບນໍ້າມັນດິບຂອງ ອາເມລິກາ. ນີ້ເປັນຄັ້ງທໍາອິດນໍ້າມັນດິບຂອງ ອາເມລິກາ ກາຍເປັນເປົ້າໝາຍຖືກຈັດວາງອັດຕາພາສີ ນັບແຕ່ເມື່ອສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ເລີ່ມເກີດການໂຕ້ຖຽງກັນດ້ານການຄ້າ ໃນຕະຫຼອດໄລຍະກວ່າ 1 ປີຜ່ານມາ.
 (ແຫຼ່ງຄັດຈາກ VOV)
 
 
 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top