• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກັບຄະນະປະຈຳພັກແຂວງ ກວາງຈີ້

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ແຂວງ ກວາງຈີ້ ສືບຕໍ່ປະຕິບັດວຽກງານກໍ່ສ້າງພັກໃຫ້ເປັນຢ່າງດີ, ສ້າງລະບົບການເມືອງໃຫ້ກະທັດຮັດ, ປອດໃສ, ໝັ້ນຄົງເຂັ້ມແຂງ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)

ໂດຍສືບຕໍ່ລາຍການເຮັດວຽກຢູ່ແຂວງ ກວາງຈີ້, ຕອນບ່າຍວັນທີ 16 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຮັດວຽກກັບຄະນະປະຈຳແຂວງ ກວາງຈີ້ ກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ຕິດພັນກັບການພັດທະນາເສດຖະກິດ, ສັງຄົມ, ການຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ກໍ່ສ້າງພັກ ແລະ ລະບົບການເມືອງ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ແຂວງ ກວາງຈີ້ ສືບຕໍ່ປະຕິບັດວຽກງານກໍ່ສ້າງພັກໃຫ້ເປັນຢ່າງດີ, ສ້າງລະບົບການເມືອງໃຫ້ກະທັດຮັດ, ປອດໃສ, ໝັ້ນຄົງເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ. ທ່ານຖືວ່າ, ແຂວງ ກວາງຈີ້ ຕ້ອງເອົາໃຈໃສ່ລົງທຶນຢ່າງເໝາະສົມໃຫ້ແກ່ການສຶກສາ ແລະ ສາທາລະນະສຸກ, ຍົກສູງຄວາມຮູ້ ແລະ ສຸຂະພາບຂອງປະຊາຄົມ, ພັດທະນາວັດທະນະທຳ, ກິລາ.

        ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ໄດ້ພົບປະ, ມອບຂອງຂວັນ, ລະດົມກຳລັງໃຈແມ່ ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ, ເສຍອົງຄະ, ຄອບຄົວນະໂຍບາຍດີເດັ່ນ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top