• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ເກັບຄືນວີຊາກວ່າ 300.000 ວີຊາ, ເພີ່ມທະວີການຄວບຄຸມຜູ້ເຂົ້າເມືອງ

ບັນດາກໍ່ລະນີຖືກເກັບວີຊາຄືນແມ່ນກ່ຽວຂ້ອງເຖິງການເຄື່ອນໄຫວລະເມີດກົດໝາຍ, ມີຄວາມສ່ຽງຕໍ່ຄວາມປອດໄພສາທາລະນະ ຫຼື ການລະເມີດຂໍ້ກຳນົດການເຂົ້າເມືອງ.
(ພາບ​ປະ​ກອບ: ຊິນຮົວ/VNA)

ວັນ​ທີ 20 ຕຸລາ, ກະຊວງການຕ່າງປະເທດ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້ເກັບວີຊາ​ຄືນກວ່າ 300.000 ວີຊານັບຕັ້ງແຕ່ທ່ານກັບຄືນມາທຳນຽບຂາວໃນເດືອນ ມັງກອນ 2025, ໃນ​ຂອບ​ເຂດ​ບັນ​ດາມາດຕະການຄວບຄຸມ​ຜູ້ເຂົ້າເມືອງ ແລະ ແກ້ໄຂບັນ​ດາກໍລະນີທີ່ເປັນ​ຊາວຕ່າງ​ປະ​ເທດ​ລະ​ເມີດ​ກົດໝາຍ ອາ​ເມ​ລິ​ກາ.

ບັນ​ດາກໍ​ລະ​ນີ​ຖືກ​ເກັບ​ວ​ີ​ຊາ​ຄືນ​ແມ່ນ​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ລະ​ເມີດ​ກົດ​ໝາຍ, ​ມີຄວາມສ່ຽງຕໍ່ຄວາມປອດໄພສາທາລະນະ ຫຼື ການລະເມີດ​ຂໍ້​ກຳ​ນົດການເຂົ້າເມືອງ. ​ໃນ​ຈຳ​ນວນ​ນີ້, ​ມີຢ່າງໜ້ອຍ 4.000 ກໍລະນີກ່ຽວຂ້ອງເຖິງ​ການ​ເຄື່ອນ​ໄຫວ​ດ້ານການທ່ອງທ່ຽວເພື່ອເກີດລູກ​ຢູ່ ອາ​ເມ​ລິ​ກາ (birth tourism).

ຕາມຕົວເລກທີ່ໄດ້ປະ​ກາດ​ແລ້ວ, ຮອດເດືອນ ກັນຍາ 2026, ຈຳນວນວີ​ຊາ​ທີ່ຖືກເກັບ​ຄືນ​ນັບ​ແຕ່ຕົ້ນອາ​ຍຸ​ການ​ທີ​ສອງຂອງ ທ່ານ Donald Trump ໄດ້ບັນ​ລຸ​ປະມານ 250.000 ວີຊາ, ກ່ອນທີ່ຈະເກີນ 300.000 ວ​ີ​ຊາໃນເດືອນຕຸລາ. ໃນປີ 2025, ​ກົມ​ກົງສຸນ​ ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງປະເທດໄດ້ພິ​ຈາ​ລະ​ນາປະມານ 23.000 ກໍລະນີ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢ້ຽມຢາມໂຄງການເກາະທຽມ Lynetteholmen (ແດນມາກ)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢ້ຽມຢາມໂຄງການເກາະທຽມ Lynetteholmen (ແດນມາກ)

ນີ້ແມ່ນໜຶ່ງໃນບັນດາໂຄງການພັດທະນາຕົວເມືອງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂະໜາດໃຫຍ່ ຂອງ ແດນມາກ, ເຊິ່ງໄດ້ເລີ່ມກໍ່ສ້າງໃນປີ 2022 ແລະ ຄາດວ່າຈະກໍ່ສ້າງສຳເລັດໃນປີ 2070.

Top