• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ມານະພະຍາຍາມເພື່ອຮັບປະກັນການປະທະກັນລະຫວ່າງ ອິດສະຣາແອນ - ຮາມາດ ຈະບໍ່ແຜ່ກະຈາຍອອກສູ່ນອກເຂດ ກາຊາ

ຕາມແຈ້ງການຈາກຫ້ອງວ່າການຂອງນາຍົກລັດຖະມົນຕີ ອີຣັກ, ທ່ານນາຍົກລັດຖະມົນຕີ Mohammed Shia Al-Sidani ໄດ້ຢ້ຳຄືນຄຳຮຽກຮ້ອງຂອງ ອີຣັກ ກ່ຽວກັບຄຳສັ່ງຢຸດຍິງໃນທັນທີ ແລະ ເປີດແລວມະະນຸດສະທຳເພື່ອຫຼີກລ້ຽງວິກິດການມະນຸດສະທຳໃນປະຈຸບັນ ໜັກໜ່ວງຂຶ້ນຕື່ມ
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ເດີນທາງໄປຍັງນະຄອນຫຼວງ Baghdad ຂອງ ອີຣັກ (ພາບ:Reuters)

ຕອນຄ່ຳວັນທີ 5 ພະຈິກ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ເດີນທາງໄປຍັງນະຄອນຫຼວງ Baghdad ຂອງ ອີຣັກ ແລະ ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Mohammed Shia Al-Sidani ກ່ຽວກັບການປະທະກັນລະຫວ່າງ ອິດສະຣາແອນ - ຮາມາດ ຢູ່ເຂດ ກາຊາ. ການຢ້ຽມຢາມ ອີຣັກ ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ນອນໃນຂອບເຂດການໄປປະຕິບັດງານຢູ່ຕາເວັນອອກກາງ, ໃນນັ້ນມີ ອິດສະຣາແອນ, ຈໍແດນ ແລະ ປາແລດສະຕິນ ເພື່ອແນໃສ່ຊຸກຍູ້ຄວາມມານະພະຍາຍາມຫລຸດຜ່ອນຄວາມເຄັ່ງຕຶງໃຫ້ແກ່ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ.

ຕາມແຈ້ງການຈາກຫ້ອງວ່າການຂອງນາຍົກລັດຖະມົນຕີ ອີຣັກ, ທ່ານນາຍົກລັດຖະມົນຕີ Mohammed Shia Al-Sidani ໄດ້ຢ້ຳຄືນຄຳຮຽກຮ້ອງຂອງ ອີຣັກ ກ່ຽວກັບຄຳສັ່ງຢຸດຍິງໃນທັນທີ ແລະ ເປີດແລວມະະນຸດສະທຳເພື່ອຫຼີກລ້ຽງວິກິດການມະນຸດສະທຳໃນປະຈຸບັນ ໜັກໜ່ວງຂຶ້ນຕື່ມ. ວິກິດການມະນຸດສະທຳນີ້ໄດ້ສົ່ງຜົນກະທົບເຖິງສາມັນຊົນຫຼາຍຄົນ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢັ້ງຢືນວ່າ: ອາເມລິກາ ກຽມພ້ອມສືບຕໍ່ສົມທົບ ກໍ່ຄືຮ່ວມມືກັນຢ່າງແໜ້ນແຟ້ນກັບ Baghdad ເພື່ອແນໃສ່ເພີ່ມທະວີຄວາມສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ທ່ານລັດຖະມົນຕີ Antony Blinken ກໍ່ໃສ່ໃຈວ່າ ອາເມລິກາ ບໍ່ຢາກໃຫ້ເກີດການປະທະກັນໃດໆກັບ ອີຣັກ, ພ້ອມທັງເນັ້ນໜັກວ່າ: ອາເມລິກາ ຈະມານະພະຍາຍາມເພື່ອຮັບປະກັນວ່າ: ປະຈຸບັນ, ການປະທະກັນຈະບໍ່ແຜ່ລາມອອກນອກເຂດ ກາຊາ.

(ແຫຼ່ງຄັດຈາກ VOV)

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ວັນ​ທີ 08 ພຶດ​ສະ​ພາ, ມີ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ, ນັກ​ຮ​ຽນ​ຮູ້ ແລະ ຜູ້​ຕາງ​ໜ້າກວ່າ 120 ທ່ານ​ທີ່​ມາ​ຈາກກວ່າ 40 ປະ​ເທດ ພ້ອມ​ດ້ວຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຈັດກຽມ​ເວ​ທີ​ປາ​ໄສແຊ​ງ​ຊາງ ປັກ​ກິ່ງ ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ ສາ​ກົນ, ກໍ​ຄື​ໃນ​ອະ​ນາ​ຄົດ​ຂອງ​ການ​ບໍ​ລິ​ຫານ​ທົ່ວ​ໂລກ.

Top