ວັນທີ 20 ມີນາ, ອາເມລິກາ ໄດ້ຍົກເລີກຊົ່ວຄາວບັນດາຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງຂອງ ອີຣານ ທີ່ໄດ້ຂົນຂຶ້ນກຳປັ່ນແລ້ວ ເພື່ອຮັບມືກັບວິກິດການແຫຼ່ງສະໜອງ ທີ່ເກີດຈາກບັ້ນສູ້ຮົບຢູ່ ຕາເວັນອອກກາງ. ຂໍ້ຕົກລົງຜ່ອນຜັນດັ່ງກ່າວໄດ້ອະນຸຍາດໃຫ້ ອີຣານ ຂາຍນ້ຳມັນດິບ 140 ລ້ານຖັງ ພ້ອມກັບບັນດາຜະລິດຕະພັນນ້ຳມັນອື່ນໆທີ່ໄດ້ຂົນຂຶ້ນກຳປັ່ນກ່ອນວັນທີ 20 ມີນາ ແລະ ມີຜົນບັງຄັບໃຊ້ຮອດວັນທີ 19 ເມສາ. ເຖິງຢ່າງໃດກໍ່ຕາມ, ມາດຕະການນີ້ບໍ່ໄດ້ນຳໃຊ້ກັບບັນດາງວດນ້ຳມັນທີ່ຂົນສົ່ງໄປ ກຸຍບາ, ສ.ເກົາຫຼີ ຫຼື ເຂດຂອງ ຢູແກຼນ ໂດຍ ລັດເຊຍ ຄວບຄຸມ.
ໃນເຫດການທີ່ກ່ຽວຂ້ອງ, ຫວ່າງມໍ່ໆມານີ້ ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ເຕເຮຣານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ກຳປັ່ນ ຍີ່ປຸ່ນ ໄປຜ່ານຊ່ອງແຄບທະເລ Hormuz. ພ້ອມກັນນັ້ນທ່ານກໍ່ເນັ້ນໜັກວ່າ ອີຣານ ພວມຊອກຫາ “ບໍ່ແມ່ນຄຳສັ່ງຢຸດຍິງ, ຫາກແມ່ນການຢຸດຕິບັ້ນສູ້ຮົບທັງໝົດ, ຮອບດ້ານ ແລະ ຍາວນານ”.








