• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ກັບຄືນເຂົ້າຮ່ວມສັນຍາ ປາຣີ ຢ່າງເປັນທາງການ

      ວັນທີ 19 ກຸມພາ, ອາເມລິກາ ໄດ້ກັບຄືນເຂົ້າຮ່ວມສັນຍາ ປາຣີ ຕ້ານການປ່ຽນແປງຂອງດິນຟ້າອາກາດຄືນໃໝ່ຢ່າງເປັນທາງການ ພາຍຫລັງຖອນຕົວອອກຈາກສັນຍາດັ່ງກ່າວ ພາຍໃຕ້ອຳນາດການປົກຄອງອະດີດປະທານາທິບໍດີ Donald Trump.
ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Reuters)
      ກ່າວຄຳເຫັນເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ອາເມລິກາ Joe Biden ເນັ້ນໜັກວ່າ ການຮັບມືກັບວິກິດການປ່ຽນແປງຂອງດິນຟ້າອາກາດ ແມ່ນໜຶ່ງໃນບັນດາບຸລິມະສິດສູງສຸດຂອງທ່ານ. ຕາມທ່ານ Joe Biden ແລ້ວ, ການປ່ຽນແປງຂອງດິນຟ້າອາກາດ ແມ່ນວິກິດການທົ່ວໂລກ ແລະ ມີລັກສະນະເປັນຕາຍ, ສະນັ້ນ ອາເມລິກາ ຈະບໍ່ເຊື່ອງຊ້າໃນການເຂົ້າຮ່ວມແກ້ໄຂບັນຫາດັ່ງກ່າວ.
        ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດແຜນການໃຊ້ຈ່າຍ 2000 ຕື້ USD ໃນໄລຍະ 4 ປີ ແນໃສ່ການນຳໃຊ້ພະລັງງານສະອາດເພີ່ມຂຶ້ນໃນບັນດາຂົງເຂດຄົມມະນາຄົມຂົນສົ່ງ, ໄຟຟ້າ, ກໍ່ສ້າງ ແລະ ຈຳກັດການນຳໃຊ້ຖ່ານຫີນ ແລະ ນ້ຳມັນອາຍແກັດ.
        ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ເນັ້ນໜັກວ່າ ຕ້ານການປ່ຽນແປງຂອງດິນຟ້າອາກາດ ອີກຄັ້ງໜຶ່ງແມ່ນໃຈກາງຂອງບັນດາບຸລິມະສິດການພົວພັນພາຍໃນ ແລະ ການພົວພັນຕ່າງປະເທດຂອງ ອາເມລິກາ./.  
(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top