• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອານຢາງ ຮັບຮອງເອົາແຜນຮ່າງຮັບຮູ້ ຟູກວັກ ເປັນເຂດເສດຖະກິດພິເສດ

ຕາມການກຳນົດທິດໃນແຜນຮ່າງ, ໄລຍະ 2026-2030, ຟູກວັກ ວາງເປົ້າໝາຍດຶງດູດເງິນລົງທຶນທົ່ວສັງຄົມທັງໝົດປະມານ 195.000 ຕື້ດົ່ງ
  ເລື່ອງສ້າງເຂດເສດຖະກິດພິເສດ ຟູກວັກ ກໍ່ຕິດພັນກັບຄວາມຮຽກຮ້ອງຂຸດຄົ້ນບັນດາກິດຈະກຳຮັບໃຊ້ກອງປະຊຸມສຸດຍອດ APEC 2027 ພາຍຫຼັງເຫດການສິ້ນສຸດລົງ (ພາບ: VNA)  

ວັນທີ 30 ຕຸລາ, ສະພາປະຊາຊົນແຂວງ ອານຢາງ ຊຸດທີ 11 ໄດ້ ຮັບ​ຮອງ​ເອົາແຜນ​ຮ່າງຮັບ​ຮູ້ ຟູກວັກ ເປັນເຂດ​ເສດ​ຖະ​ກິດ​ພິ​ເສດ ດ້ວຍ​ເນື້ອ​ທີ່ທັງໝົດຂອງເຂດພິເສດ, ມີເນື້ອທີ່ກວ່າ 575 ກິໂລແມັດມົນທົນ ແລະ ມີປະຊາກອນກວ່າ 179000 ຄົນ.

ເລື່ອງ​ສ້າງໂຄງການດັ່ງກ່າວບໍ່ພຽງແຕ່ມີຈຸດປະສົງເພື່ອສ້າງທີ່ຕັ້ງໃໝ່ໃຫ້ແກ່ ຟູກວັກ ເທົ່ນ​ນັ້ນ, ​ຫາກ​ຍັງສ້າງ​ເງື່ອນ​ໄຂໃຫ້ ຟູກວັກ ເສີມ​ຂະ​ຫຍາຄວາມ​ສາ​ມາດ​ບົ່ມ​ຊ້ອ​ນ​ໃຫ້​ເປັນ​ຢ່າງ​ດີກວ່າ, ທ່າ​ໄດ້ ປຽບ​ເພື່ອພັດທະນາ. ຕາມ​ການ​ກຳ​ນົດ​ທິດ​ໃນ​ແຜນ​ຮ່າງ, ໄລ​ຍະ 2026-2030, ຟູກວັກ ວາງ​ເປົ້າ​ໝາຍດຶງດູດ​ເງິນລົງທຶນ​ທົ່ວສັງຄົມທັງໝົດປະມານ 195.000 ຕື້ດົ່ງ; ຮອດປີ 2030 ດຶງດູດ​ແຂກທ່ອງທ່ຽວປະມານ 15 ລ້ານ​ເທື່ອຄົນ, ດ້ວຍ​ມູນ​ຄ່າຜະລິດຕະພັນທັງໝົດ 66.292 ຕື້ດົ່ງ. ​ເລື່ອງ​ສ້າງເຂດເສດຖະກິດພິເສດ ຟູກວັກ ກໍ່​ຕິດ​ພັນ​ກັບ​ຄວາມ​ຮຽກ​ຮ​້ອງ​ຂຸດ​ຄົ້ນ​ບັນ​ດາ​ກິດ​ຈະ​ກຳ​ຮັບ​ໃຊ້ກອງປະຊຸມສຸດຍອດ APEC 2027 ພາຍ​ຫຼັງເຫດການສິ້ນສຸດລົງ, ພ້ອມທັງຮັບປະກັນການປ້ອງກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ອະທິປະໄຕ​ເຂດທະເລ, ​ໝູ່​ເກາະ ແລະ ການພັດທະນາທ້ອງ​ຖິ່ນຢູ່​ເຂດທົ່ງພຽງແມ່ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ປະຈຸບັນລັດຖະບານພວມສຸມໃສ່ຕິດພັນກັບບັນດາແຜນການຢ່າງໃກ້ຊິດເພື່ອບັນລຸເປົ້າໝາຍເຕີບໂຕ

ປະຈຸບັນລັດຖະບານພວມສຸມໃສ່ຕິດພັນກັບບັນດາແຜນການຢ່າງໃກ້ຊິດເພື່ອບັນລຸເປົ້າໝາຍເຕີບໂຕ

ບັນດາສະມາຊິກສະພາແຫ່ງຊາດໄດ້ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ບັນດາບົດລາຍງານຂອງລັດຖະບານທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດ

Top