ຕາມການກຳນົດທິດໃນແຜນຮ່າງ, ໄລຍະ 2026-2030, ຟູກວັກ ວາງເປົ້າໝາຍດຶງດູດເງິນລົງທຶນທົ່ວສັງຄົມທັງໝົດປະມານ 195.000 ຕື້ດົ່ງ
ເລື່ອງສ້າງເຂດເສດຖະກິດພິເສດ ຟູກວັກ ກໍ່ຕິດພັນກັບຄວາມຮຽກຮ້ອງຂຸດຄົ້ນບັນດາກິດຈະກຳຮັບໃຊ້ກອງປະຊຸມສຸດຍອດ APEC 2027 ພາຍຫຼັງເຫດການສິ້ນສຸດລົງ (ພາບ: VNA)
ວັນທີ 30 ຕຸລາ, ສະພາປະຊາຊົນແຂວງ ອານຢາງ ຊຸດທີ 11 ໄດ້ ຮັບຮອງເອົາແຜນຮ່າງຮັບຮູ້ ຟູກວັກ ເປັນເຂດເສດຖະກິດພິເສດ ດ້ວຍເນື້ອທີ່ທັງໝົດຂອງເຂດພິເສດ, ມີເນື້ອທີ່ກວ່າ 575 ກິໂລແມັດມົນທົນ ແລະ ມີປະຊາກອນກວ່າ 179000 ຄົນ.
ເລື່ອງສ້າງໂຄງການດັ່ງກ່າວບໍ່ພຽງແຕ່ມີຈຸດປະສົງເພື່ອສ້າງທີ່ຕັ້ງໃໝ່ໃຫ້ແກ່ ຟູກວັກ ເທົ່ນນັ້ນ, ຫາກຍັງສ້າງເງື່ອນໄຂໃຫ້ ຟູກວັກ ເສີມຂະຫຍາຄວາມສາມາດບົ່ມຊ້ອນໃຫ້ເປັນຢ່າງດີກວ່າ, ທ່າໄດ້ ປຽບເພື່ອພັດທະນາ. ຕາມການກຳນົດທິດໃນແຜນຮ່າງ, ໄລຍະ 2026-2030, ຟູກວັກ ວາງເປົ້າໝາຍດຶງດູດເງິນລົງທຶນທົ່ວສັງຄົມທັງໝົດປະມານ 195.000 ຕື້ດົ່ງ; ຮອດປີ 2030 ດຶງດູດແຂກທ່ອງທ່ຽວປະມານ 15 ລ້ານເທື່ອຄົນ, ດ້ວຍມູນຄ່າຜະລິດຕະພັນທັງໝົດ 66.292 ຕື້ດົ່ງ. ເລື່ອງສ້າງເຂດເສດຖະກິດພິເສດ ຟູກວັກ ກໍ່ຕິດພັນກັບຄວາມຮຽກຮ້ອງຂຸດຄົ້ນບັນດາກິດຈະກຳຮັບໃຊ້ກອງປະຊຸມສຸດຍອດ APEC 2027 ພາຍຫຼັງເຫດການສິ້ນສຸດລົງ, ພ້ອມທັງຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອະທິປະໄຕເຂດທະເລ, ໝູ່ເກາະ ແລະ ການພັດທະນາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.