• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ໄຂ​ກອງ​ປະ​ຊຸມ​ສະ​ພາ​ປະ​ທາ​ນ​ສານ ບັນ​ດາ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 8

ຕອນເຊົ້າວັນທີ 5 ພະຈິກ, ກອງປະຊຸມທາງອອນລາຍສະພາປະທານສານ ບັນດາປະເທດອາຊຽນ (CACJ) ຄັ້ງທີ 8 ໄດ້ໄຂຂຶ້ນດ້ວຍການເຂົ້າຮ່ວມຂອງປະທານສານ, ຫົວໜ້າຄະນະສານສູງສຸດບັນດາປະເທດອາຊຽນ.
 
ທ່ານ ຫງວຽນຮ່ວາບິ່ງ ປະທານສານປະຊາຊົນສູງສຸດ ຫວຽດນາມເປັນປະທານກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຮ່ວາບິ່ງ ປະທານສານປະຊາຊົນສູງສຸດ ຫວຽດນາມໃຫ້ຮູ້ວ່າ ເລື່ອງຈັດຕັ້ງກອງປະຊຸມດັ່ງກ່າວ ແມ່ນໂອກາດເພື່ອເພີ່ມທະວີຄວາມສະໜິດຕິດພັນ ຊຸກຍູ້ການຮ່ວມມືລະຫວ່າງສານບັນດາປະເທດອາຊຽນ.

ຕາມທ່ານ ຫງວຽນຮ່ວາບິ່ງ ແລ້ວ, ໃນສະພາບການດັ່ງກ່າວ, CACJ ໄດ້ກາຍເປັນຊ່ອງທາງການຮ່ວມມືທີ່ສຳຄັນ, ຊ່ວຍສານບັນດາປະເທດໃນພາກພື້ນມີເງື່ອນໄຂແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຮັດແໜ້ນການຮ່ວມມືຕື່ມອີກ. CACJ ກໍ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ເປັນເອກະພາບ ແລະ ມີຫຼາຍຮູບແບບ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນຫາຂອງພາກພື້ນຕໍ່ໜ້າສະພາບການເກີດໂລກລະບາດ Covid – 19, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ໄດ້ວາງອອກ ໃຫ້ແກ່ CACJ ເວົ້າລວມ, ສານບັນດາປະເທດເວົ້າສະເພາະ ກໍ່ຄືບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກສິ່ງທ້າທາຍນັ້ນ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top