ການນຳອາຊຽນ ແລະ ອິນເດຍໄດ້ໃຫ້ຄຳໝັ້ນສັນຍາກຳນົດທິດການພົວພັນລະຫວ່າງ ອາຊຽນ - ອິນເດຍ ໃນສະຕະວັດ ທີ XXI. ອີງໃສ່ບັນດາຄຸນຄ່າລວມ, ການສະຫຼັບກັນລະຫວ່າງບັນດາຊົນຊາດ ແລະ ບັນດາການພົວພັນຕິດຕໍ່ທີ່ມີມາແຕ່ດົນນານ, ບັນດາປະເທດໄດ້ຢັ້ງຢືນວ່າການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ມີຄຸນຄ່າພິເສດສຳລັບສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນໃນພາກພື້ນ ມະຫາສະມຸດອິນເດຍ, ປາຊີຟິກທີ່ກ້ວາງໃຫຍ່ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ.
ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ບົດບາດຂອງ ອິນເດຍໃນການຊຸກຍູ້ການຮ່ວມມື ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືໃນພາກພື້ນ, ທ່ານກໍ່ສະແດງຄວາມປາດຖະໜາຢາກໃຫ້ອິນເດຍເຂົ້າຮ່ວມບັນດາຂົງເຂດຮ່ວມມືກັບອາຊຽນຢ່າງເລິກເຊິ່ງກວ້າງຂວາງກ່ວາອີກ, ພ້ອມກັບບັນດາປະເທດ ຕໍ່ສູ້, ຕ້ານໂລກລະບາດ ໂຄວິດ - 19 ເພື່ອຄວາມປອດໄພຂອງປະຊາຊົນ.ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນທັດສະນະຂອງ ຫວຽດນາມຢ່າງຈະແຈ້ງ ແມ່ນສອດຄ່ອງກັບຫຼັກໝັ້ນ, ຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ທີ່ໄດ້ຢັ້ງຢືນຢູ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໃນເດືອນ ມິຖຸນາ 2020, ກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດ ອາຊຽນຄັ້ງທີ 53 ໃນເດືອນກັນຍາ 2020 ກໍ່ຄືຢູ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 37 ນີ້ ເພື່ອແນໃສ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື.
ສິ້ນສຸດກອງປະຊຸມ, ປະທານກອງປະຊຸມໄດ້ອອກຖະແຫຼງການປະທານກ່ຽວກັບໝາກຜົນກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 17.
(ແຫຼ່ງຄັດຈາກ VOV)