• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ສປຊ

ຕອນຄ່ຳວັນທີ 21 ຕຸລາ 2020, ທ່ານ ຟ້າມບີ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສະຫະປະຊາຊາດ.

ທ່ານ ຟ້າມບີ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມິງ ໄດ້ຕີລາຄາສູງບົດບາດຂອງສະຫະປະຊາຊາດ, ເປັນອົງການປະສານງານການກະທຳຮ່ວມຂອງບັນດາປະເທດ ແລະ ຕິດພັນກັບບັນດາຄວາມມານະພະຍາຍາມສາກົນ ເພື່ອຮັບປະກັນສັນຕິພາບ ແລະ ຊຸກຍູ້ການພັດທະນາແບບຍືນຍົງ. ເປັນປະທານ ອາຊຽນ 2020, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ແນະນຳກັບສະຫະປະຊາຊາດກ່ຽວກັບບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນປີຜ່ານມາ, ທັງສ້າງປະຊາຄົມ, ທັງຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ ບົນເນື້ອໃນຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມື.

        ເມື່ອເຕື້ອງເຖິງບັນຫາທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ອາຊຽນ. ທ່ານ ຟ້າມບີ່ງມິງ ເນັ້ນໜັກວ່າ ຄວນຫຼີກລ້ຽງບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ບໍ່ຫັນເປັນການທະຫານ, ແກ້ໄຂການຂັດແຍ້ງໂດຍສັນຕິວິທີເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສາກົນກ່ຽວກັບກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດ (UNCLOS 1982); ໃຫ້ຄຳໝັ້ນສັນຍາປະຕິບັດຖະແຫຼງການ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສືບຕໍ່ບັນດາຄວາມມານະພະຍາຍາມເພື່ອບັນລຸໄດ້ COC ຢ່າງມີປະສິດທິພາບ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, ລວມທັງ UNCLOS 1982.

        ຫວຽດນາມ ກໍ່ແຈ້ງໃຫ້ບັນດາຝ່າຍຮັບຊາບກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ - ສະຫະປະຊາຊາດຄັ້ງທີ 11 ໃນເດືອນ ພະຈິກ 2020 ແລະ ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມສຳຄັນດັ່ງກ່າວໃຫ້ປະສົບຜົນສຳເລັດ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ​ສົ່ງ​ຈົດ​ໝາຍອວຍ​ພອນ​ໄປ​ຍັງ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ລາວ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ​ສົ່ງ​ຈົດ​ໝາຍອວຍ​ພອນ​ໄປ​ຍັງ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ລາວ

50ປີຜ່ານມາ, ພະນັກງານ, ສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ລຸ້ນຕ່າງໆ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາ ແລະ ເສີມຂະຫຍາຍການພົວພັນແບບພິເສດ ຫວຽດນາມ - ລາວ.

Top